ສັດລ້ຽງປະເພດ ຄວາຍ-ງົວ ໄດ້ເກີດພະຍາດລະບາດໃນເຂດຊຸມຊົນເມືອງທ່າແຕງ ໂດຍມີສັດຕິດເຊື້ອພະຍາດ 65 ໂຕ. ຕາຍແລ້ວ 25 ໂຕ, ໃນຂະນະທີ່ປິ່ນປົວຂາດ ຈຳນວນ 40 ໂຕ ຄິດເປັນມູນຄ່າເສຍຫາຍ 62 ລ້ານກ່ວາກີບ, ທັງນີ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າແຕງ ສັ່ງໃຫ້ມີການເຝົ້າລະວັງ ແລະ ຮັກສາສຸຂະພາບສັດຢ່າງໄກ້ຊິດ.
ທ່ານ ສຸພົນ ໄຊສະຫ່ງາ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ນັບແຕ່ກາງເດືອນມັງກອນ 2018 ເປັນຕົ້ນມາໄດ້ເກີດມີການລະບາດພະຍາດສັດລ້ຽງປະເພດຄວາຍ-ງົວ ຂອງປະຊາຊົນໂດຍມີທ່າອ່ຽງເພີ່ມຂຶ້ນ ໃນຂະນະສັດທີ່ຕິດເຊື້ອພະຍາດ ແລະ ລົ້ມຕາຍນັ້ນແມ່ນມີອາການຂາຫຼັງໄຂ່ບວມ, ຂາຈັງ, ຄໍໄຂ່ບວມ ແລະ ນໍ້າລາຍເຫີຍ, ໂດຍອາການດັ່ງກ່າວ ຄ້າຍຄືພະຍາດເຕົ້າໂຮມເລືອດ ເຖິງຢ່າງໃດກໍດີຂະແໜງການກ່ຽວຂ້ອງໂດຍສະເພາະຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ໄດ້ຮຽກຮ້ອງໃຫ້ວິຊາການສັດຕະວະແພດ ລວມທັງຂັ້ນເມືອງ ແລະ ບ້ານ ກໍຄືເຈົ້າຂອງສັດລ້ຽງ ຮີບຮ້ອນເພີ່ມທະວີຄວາມເອົາໃຈໃສ່ຮັກສາສຸຂະພາບສັດຢ່າງໃກ້ຊິດ.
ຂະນະດຽວກັນຫ້ອງການກະສິກໍາ ແລະ ປ່າໄມ້ ຍັງໄດ້ສັ່ງຫ້າມໂດຍບໍ່ໃຫ້ບັນດາຫົວໜ່ວຍຂ້າສັດປ້ອນຕະຫຼາດພາຍໃນເມືອງທ່ແຕງ ນໍາເອົາສັດປະເພດທີ່ຕິດເຊື້ອພະຍາດເຂົ້າຂ້າໃນໂຮງຂ້າສັດເພື່ອເອົາຊິ້ນສ່ວນຂອງສັດໄປຈໍາໜ່າຍ ແລະ ບໍລິໂພກ, ພ້ອມທັງຫ້າມບັນດາບຸກຄົນ, ນິຕິບຸກຄົນ ແລະ ເຈົ້າຂອງສັດລ້ຽງປະເພດດັ່ງກ່າວເຄື່ອນຍ້າຍ ແລະ ຊິ້ນສ່ວນຜະລິດຕະພັນໄປຈໍາໜ່າຍເພື່ອບໍລິໂພກຢ່າງເດັດຂາດທັງນີ້ກໍ່ເພື່ອສະກັດກັ້ນບໍ່ໃຫ້ພະຍາດທີ່ເກີດຂຶ້ນແຜ່ລາມອອກໄປໃນວົງກ້ວາງ.
ທີມຂ່າວ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ