ໂຄງການປັບປຸງຊິວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ ປະຈໍາເມືອງເຊໂປນ ໄດ້ຈັດກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ໄລຍະ 2 ແລະ ປິດໂຄງການຂື້ນຢ່າງເປັນທາງການ, ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນເມື່ອບໍ່ດົນມານີ້,ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າ ເມືອງເຊໂປນ, ທ່ານ ໂພສະຫວັນ ທໍາມະວົງໄຊ ຜູ້ປະສານງານໂຄງການ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມເຄິນ ຮອງຜູ້ຕາງ ໜ້າອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກ ປະຈໍາ ສ ປປ ລາວ,ເຂົ້າຮ່ວມມີສະຫາພັນແມ່ຍີງ,ກະສີກໍາ,ການຄ້າ,ແຜນການ, ພົວພັນຕາງປະເທດ, ຫ້ອງວ່າການທີ່ມາຈາກກະຊວງ,ແຂວງ,ເມືອງ,ຄະນະກໍາມະການຜູ້ປະສານງານໂຄງການບ້ານເປົ້າໝາຍ ພ້ອມດ້ວຍຄະນະທິມງານໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານ ສີວິໄຊ ພົງພະສິດ ຫົວໜ້າຝ່າຍປະຕິບັດງານໂຄງການປະຈໍາເມືອງເຊໂປນ ຂື້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 2 ພາຍໃຕ້ທຶນມູນນິທິຂອງປະເທດສະຫະລັດອາເມລິກາ ແມ່ນສຶບຕໍ່ໄລຍະ 6ເດືອນ 7-12 ປີ 2017 ໂດຍເລັ່ງໃສ່ 5 ກິດຈະກໍາຫລັກ20 ກິດຈະກໍາຍ່ອຍ ຄື: ຝືກອົບຮົມແກ່ຄົວເຮືອນເປົ້າໝາຍກ່ຽວກັບການຄຸ້ມຄອງຊັບສິນ ແລະ ປະຊາສຶກສາດ້ານການເງີນ, ຝືກອົບຮົມ ແລະ ແນະນໍາຄົວເຮືອນກ່ຽວກັບການວາງແຜນກິດຈະກໍາ ທຸລະກິດຂະໜາດນ້ອຍ ແລະ ວາງແຜນທາງດ້ານການເງີນ, ຕິດຕາມຊຸກຍູ້, ສະໜັບສະໜູນເຕັກນິກວີຊາການໃຫ້ແກ່ສັດຕະວະແພດບ້ານ, ສະໜັບສະໜູນທາງສັງຄົມ ແລະ ປ່ຽນແປງພຶດຕິກໍາເພື່ອປັບປຸງການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການ, ການເຂົ້າເຖີງນໍ້າສະອາດ, ສຸຂະພິບານ ແລະສຸຂະພາບ, ດໍາເນີນການຕິດຕາມ ແລະ ປະເມີນຜົນ, ການແລກປ່ຽນບົດຮຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານແບບມີສ່ວນຮ່ວມຊື່ງໂຄງການປັບປຸງຊິວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນຕຸລາ 2014 ຫາ ເດືອນມີຖຸນາ 2017 ແລະ ສຶບຕໍ່ 6ເດືອນ 7-12 ປີ2017ເປົ້າໝາຍຂອງໂຄງການ ແມ່ນເພື່ອສົ່ງເສີມຄອບຄົວຜູ້ທຸກຍາກເຮັດໃຫ້ຊິວິດການເປັນຢູ່ດີຂື້ນ ໂດຍສະເພາະແມ່ນເນັ້ນໃສ່ແມ່ຍີງ ໃຫ້ໄດ້ເຂົ້າເຖີງປັດໃຈການຜະລິດ, ການບໍລິຫານທາງດ້ານການເງີນ, ເຂົ້າເຖີງທາງດ້ານການທະຄານຕ່າງໆ ຊື່ງໄລຍະທີ 2 ແມ່ນໄດ້ຮັບທຶນສະໜັບສະໜູນຈາກມູນນິທິຂອງປະເທດສະຫະລັດອາເມລິກາ ຄູ່ຮ່ວມງານຫລັກແມ່ນກະຊວງແຮງງານສະຫວັດດີການ-ສັງຄົມ,ແຂວງ, ເມືອງ ແລະ ຄູ່ຮ່ວມງານອື່ນໆ ທີ່ກ່ຽວຂ້ອງ, ຄົວເຮືອນເປົ້າໝາຍທີ່ທຸກຍາກ ທັງໝົດ 408 ຄົວເຮືອນ ໃນ 7 ບ້ານເປົ້າໝາຍໃຫ່ຍ, ໃນ 25 ຄຸ້ມບ້ານນ້ອຍ, ສົ່ງເສີມກິດຈະກໍາການລ້ຽງແບ້, ໝູ,ສັດປີກ, ຄ້າຂາຍເຄື່ອງຍ່ອຍ, ການປູກສວນກ້ວຍ ແລະ ສວນຄົວຜັກປອດສານພິດ, ຜົນໄດ້ຮັບເບື້ອງຕົ້ນທາງໂຄງການສະໜອງແບ້ 832 ໂຕ, ເພີ້ມຂື້ນ1,714ໂຕ, ສັດປີກ 570ໂຕ ເພີ້ມຂື້ນ1,032 ໂຕ,ໝູ 34 ໂຕ , ເພີ້ມຂື້ນ 87 ໂຕ ແລະ ກິດຈະກໍາອື່ນໆ.
ໃນທີ່ປະຊຸມບັນດາແຂກເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆເພື່ອມາປັບປຸງແກ້ໄຂຢ່າງກົງໄປກົງມາ ແລະ ສຶບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ , ໃນພິທີຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ຈໍານວນ 3 ທ່ານ ໃຫ້ໂຄງການປັບປຸງຊິວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກໂດຍແມ່ນທ່ານຮອງເຈົ້າເມືອງເປັນຜູ້ມອບ, ຕາງໜ້າໂຄງການຂື້ນຮັບ,ຂ່າວຍັງແຈ້ງຕື່ມອີກວ່າໃນຕອນແລງດຽວກັນ,ຄະນະທິມງານທີ່ມາຈາກກະຊວງ ,ແຂວງ, ເມືອງ ກໍ່ໄດ້ລົງຢ້ຽມຢາມກິດຈະກໍາບ້ານເປົ້າໝາຍການລ້ຽງແບ້, ປູກພຶດຜັກສວນຄົວ, ຫໍຂ່າວ, ວິດຖ່າຍ, ຄຸ້ມສະແລນ,ຄຸ້ມລະຢາຍ, ຄຸ້ມຕໍເຮືອ, ຄຸ້ມອາອັກ, ນໍ້າລິນຄຸ້ມລະເຕືອງ.
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ