ໃນວັນທີ 27 ກຸມພາ 2018 ຜ່ານມາ ຄະນະແມ່ຍິງຮາກຖານ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມ ສະເຫຼີມສພະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 108 ປີ ຂື້ນ ຢູ່ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເປັນປະທານຂອງ ທ່ານນາງ ວຽງສຸກ ແພງບຸບຜາ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດລາວ, ມີ ທ່ານ ໂພໄຊ ເທບວິໄລວົງ ເລຂາພັກຮາກຖານ ຄະນະອັກສອນສາດ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ, ຄູ - ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ຖ້າເວົ້າເຖິງວັນທີ 8 ມີນາ ວັນແມ່ຍິງສາກົນ ແມ່ນເຫດການການເມືອງທີ່ສໍາຄັນ ເຊີ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານຢູ່ໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົວເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັບຜູ້ຊາຍເພດຊາຍ. ຈຸດປະສົງຫລັກຂອງການຈັດກອງປະຊຸມຄັ້ງດັ່ງກ່າວ ເພື່ອເປັນການຫວນຄືນປະຫວັດຄວາມເປັນມາຂອງວັນທີ 8 ມີນາ ວັນແມ່ຍິງສາກົນ ເຊິ່ງສະແດງເຖິງຄວາມດຸໝັ່ນຂະຫຍັນພຽນຂອງເອື້ອຍນ້ອງແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ຄວາມເກັ່ງກ້າສາມາດຕໍ່ສູ້ທວງເອົາສິດ ຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງ ທວງໃຫ້ແມ່ຍິງມີສິດສະເໝີພາບຄືກັນກັບຜູ້ຊາຍ, ເຮັດໃຫ້ຄູອາຈານ-ນັກສຶກສາ ໄດ້ເຊື້່ອມຊືມ ແລະ ເຂົ້າໃຈຢ່າງເລີກເຊີ່ງ ນອກນັ້ນ, ໃນກອງປະຊຸມຍັງໄດ້ມີກາສໍາມະນາ ພາຍໃຕ້ຫົວຂໍ້: ມາລະຍາດ ແລະ ຄຸນສົມບັດໃນສັງຄົມ ທັງນີ້ເພື່ອໃຫ້ຄູອາຈານ ແລະ ນັກສຶກສາ ກໍາໄດ້ກ່ຽວກັບມາລະຍາດ ແລະ ຄຸນສົມບັດ ທີ່ເຄີຍປະຕິບັດກັນມາຢູ່ໃນສັງຄົມ ແລະ ນໍາເອົາຄວາມຮູ້ໃນການສໍາມະນາຄັ້ງນີ້ໄປປັບໃຊ້ເຂົ້າໃນຫນ້າທີ່ວຽກງງານ ແລະ ການໃຊ້ຊີວິດປະຈໍາວັນຢູ່ໃນສັງຄົມ.
Editor: ກຳປານາດ ລັດຖະເຮົ້າ