ໃນວັນທີ 27 ກຸມພາ 2018 ຜ່ານມານີ້ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທວບທວນ ວຽກງານແມ່ ແລະ ເດັກ ທົ່ວປະເທດຂື້ນ ເພື່ອເປັນການສະຫລຸບແຜນການຈັດຕັ້ງປະຕິບັດ ໃນປີ 2017 ແລະ ແຜນການ ຍຸດທະສາດ ໃນປີ 2018 ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານນາງ ຈູລຽດ ຟຣາຍເຊີ ຜູ້ຕາງຫນ້າອົງການອະນາໄມ ໂລກ ປະຈໍາ ສປປ ລາວ ພ້ອມນີ້ເຂົ້າຮ່ວມ ມີ ຄະນະກໍາມະການຊີ້ນໍາລວມ ສໍາລັບ (RMNCH) , ສະມາຄົມວິຊາຊີບ ແພດເດັກ, ປະສູດ ແລະ ຜະດຸງຄັນ. ຫົວຫນ້າກົມ-ຮອງກົມ, ພະແນກສາທາລະນະສຸກ, ຜູ້ຕາງຫນ້າໂຮງຫມໍ ທັງສູນກາງ ແລະ ຕ່າງແຂວງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ມີຈຸດປະສົງ ເພື່ອຕິດຕາມ ແລະ ປະເມີນຄວາມຄຶບຫນ້າຂອງການຈັດຕັງປະຕິບັດຍຸດທະສາດ RMNCH ໃນປີ 2017 ພ້ອມກັນນັ້ນ ຍັງເປັນການກຽມແຜນຈັດຕັງຍຸດທະສາດ ໃນປີ 2018 ຂອງ RMNCH ເຊີ່ງເປັນການຈັດຕັງປະຕິບັດຕົວແບບ ສໍາລັບການປະຕິຮູບຂະແຫນງການສາທາລະນະສຸກ. ນອກນີ້ ຍັງເປັນການບູລິມະສິດ ເພື່ອລວມເຂົ້າໃນການຈັດຕັງປະຕິບັດ ປະຈໍາປີ 2018 ແລະ 2019 ທັງສູນກາງ ແລະ ທ້ອງຖິ່ນ, ກໍ່ຄືບັນດາແຂວງ ໃນທົ່ວປະເທດ. ເຊີ່ງຍຸດທະສາດນີ້ ໄດ້ກວມເອົາສຸຂະພາບແມ່ ແລະ ເດັກ ຢ່າງກວ້າງຂວາງ ເຊັ່ນ: ການວາງແຜນຄອບຄົວ, ສຸຂະພາບຂອງໄວຫນຸ່ມ, ການເກີດລູກທີ່ປອດໄພ, ການດູແລສຸກເສີນເວລາເກີດ, ການດູແລເດັກເກີດໃຫມ່, ການສັກຢາກັນພະຍາດ, ການປິ່ນປົວເດັກ ແລະ ໂພສະນາການ. ຜ່ານການຈັດຕັງເຫັນວ່າ: ອັດຕາການຕາຍຂອງແມ່ ແລະ ເດັກ ຫລຸດລົງ ຢ່າງໄວວາ ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍ່ຍັງເປັນປະເທດທີ່ມີອັດຕາການຕາຍຂອງແມ່ ແລະ ເດັກສູງ ໃນພາກພື້ນ.
ເປົ້າຫມາຍຂອງຍຸດທະສາດດັ່ງກ່າວ ຕ້ອງການການເຊື່ອມສານລະບົບສາທາລະນະສຸກ ຕາມແນວທາງປະກັນສຸຂະພາບ ທຸກທົ່ວຫນ້າ ໃຫ້ຫລາຍກວ່າເກົ່າ, ການຫລຸດພົ້ນຈາກປະເທດດ້ອຍພັດທະນາ ແມ່ນບູລິມະສິດທີ່ສູງສຸດຂອງປະເທດ, ແລະ 10 ຕົວຊີ້ວັດ ບູລິມະສິດສູງສຸດ ຂອງຂະແຫນງສາທາລະນະສຸກ ເພື່ອໃຫ້ບັນລຸເປົ້າຫມາຍທັງໝົດເຫລົ່ານນີ້ ພວກເຮົາສາມາດເລັງໃສ່ 8 ແຜນງານການພັດທະນາສາທາລະນະສຸກ 5 ປີ, ໂດຍການການປະຕິຮູບລະບົບສາທາລະນະສຸກ ກ່ຽວພັນກັບ ການປະກັນສຸຂະພາບທົ່ວຫນ້າ ໂດຍຜ່ານການຈັດຕັງປະຕິບັດ ຕາມວຽກງານສາມສ້າງ, ແລະ ສາທາລະນະສຸກ ໄດ້ສ້າງຄວາມຄຶບຫນ້າ ໃນການປະຕິຮູບລະບົບສາທາລະນະສຸກ ໄລຍະທີ 2 ການເຂົ້າເຖິງການດຸແລຂັ້ນພື້ນຖານ ແລະ ການປົກປ້ອງການເງິນ. ສໍາລັບການພັດທະນາຂຸດບໍລິການທີ່ຈໍາເປັນ RMNCH ໄດ້ດໍາເນີນການ ແລະ ແປຂຸດບໍລິການ ເປັນຄູ່ມືແນະນໍາຝຶກອົບຮົມ ແລະ ບາງຂໍ້ຂອງການບໍລິການທີ່ຈໍາເປັນ ໄດ້ສັງລວມເຂົ້າ ໃນຫລັກສູດການສຶກສາ ກ່ອນການໃຫ້ບໍລິການ.
Editor: ກຳປານາດ ລັດຖະເຮົ້າ