3 ທ່າແຮງ ຕົ້ນຕໍ ທີ່ແຂວງຄໍາມ່ວນ ຍຶດຖືເອົາ ເພື່ອຂັບເຄື່ອນທາງດ້ານການພັດທະນາເສດຖະກິດສັງຄົມ ຄື: ທ່າແຮງທາງດ້ານກະສິກໍາ ແລະ ປ່າໄມ້, ທ່າແຮງທາງດ້ານພະລັງງານ-ບໍ່ແຮ່ ແລະ ທ່າແຮງທາງດ້ານການບໍລິການ ແລະ ທ່ອງທ່ຽວ. ເມື່ອກ່າວເຖິງແຂວງຄໍາມ່ວນ ເປັນແຂວງ ທີ່ຫນ້າລົງທຶນອີກແຂວງ ທາງພາກກາງ ຂອງ ສປປ ລາວ ມີເນື້ອທີ່ທັງໝົດ 16 ພັນ 315 ກິໂລຕາແມັດ. ປະກອບມີ 10 ຕົວເມືອງ 574 ບ້ານ ແລະ 79 ພັນ 617 ຄອບຄົວ ພົນລະເມືອງປະມານ 4 ແສນກວ່າຄົນ. ໃນປີ 2017 ຜ່ານມາ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວໃນລະດັບ 8 ສ່ວນຮ້ອຍ ລວມຍອດຜະລິດຕະພັນພາຍໃນ ຈິດິພິ ບັນລຸ 7 ພັນ 535 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນ 18 ລ້ານ 6 ແສນກວ່າກີບ.
ການພັດທະນາເສດຖະກິດ-ສັງຄົມ ແມ່ນອິງໃສ່ 3 ທ່າແຮງຕົ້ນຕໍ ເຊັ່ນ: ທ່າແຮງດ້ານກະສິກໍາ ແລະ ປ່າໄມ້ ໂດຍສະເພາະການຜະລິດເຂົ້າ ແມ່ນໄດ້ສຸມໃສ່ ການນໍາໃຊ້ກົນຈັກ ທີ່ທັນສະໄຫມ ເຂົ້າໃນການຜະລິດ ເປັນຕົ້ນການຜະລິດ ນາໄຮ່ໃຫຍ່ ເພື່ອຫລຸດຜ່ອນຕົ້ນທຶນເວລາ ແລະ ແຮງງານ ເຮັດໃຫ້ເນື້ອທີ່ນາໄຮ່ໃຫຍ່ ເພີ່ມຂື້ນ ຈາກ 150 ເຮັກຕາ ໃນປີ 2016 ມາເປັນ 690 ເຮັກຕາ ໃນປີ 2017 ທົ່ວແຂວງຍັງສາມາດຜະລິດເຂົ້າທັງໝົດ 3 ແສນກວ່າໂຕນ, ວຽກງານອຸດກໍ່ໄດ້ມີການພັດທະນາໄປຕາມທິດຫັນປ່ຽນເປັນອຸດສາຫະກໍາ ທີ່ທັນສະໄຫມ ເທື່ອລະກ້າວ, ໃນທົ່ວແຂວງ ມີໂຮງງານອຸດສາຫະກໍາ ຂະຫນາດໃຫຍ່ 77 ແຫ່ງ, ໂດຍສະເພາະໂຮງງານຊີມັງ ທີ່ທໍາການຜະລິດ 3 ແຫ່ງ, ໂຮງງານຂຸດຄົ້ນປຸງແຕ່ງເກືອໂປຣຕັສ ຫລື ໂປຣຕາຊຽມ 2 ແຫ່ງ, ດັດສົມໂຮງງານໄມ້ ແລະ ເຟີນີເຈີໄມ້ ຈາກ 370 ແຫ່ງ ມາເປັນ 77 ແຫ່ງ ໃນທົ່ວແຂວງ.
ດ້ານການບໍລິການ ຂະຫຍາຍຕົວ ໂດຍສະເພາະເລີ່ມເປີດນໍາໃຂ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ກາຍເປັນເສັ້ນທາງເຊື່ອມຕໍ່ອອກສູ່ທະເລ ປະເທດ ສສ ຫວຍດນາມ, ຜ່ານດ່ານສາກົນ ນາເພົ່າ-ຈາຫລໍ ມີໄລຍະທາງທີ່ສັ້ນ ເຮັດໃຫ້ບັນດາບໍລິສັດ ໄດ້ເລຶອກນໍາໃຊ້ເສັ້ນທາງດັ່ງກ່າວ ໃນການລໍາລຽງຂົນສົ່ງສິນຄ້າ ຜ່ານເຂົ້າ-ອອກ ເຊີ່ງແຕ່ລະປີ ມີການເພີ່ມຂື້ນ ເລື້ອຍໆ. ດ້ານການລົງທຶນ ໃນສົກປີ ຜ່ານມາ 2017 ການລົງທຶນຂອງລັດ ໂດຍໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ຈໍານວນ 357 ໂຄງການ ສໍາລັບການຈັດເກັບລາຍຮັບ ເຂົ້າງົບປະມານ ຕາມການມອບຫມາຍທັງໝົດ ຈໍານວນ 559 ຕື້ກວ່າກີບ ໃນພູດຂອງສູນກາງ 282 ຕື້ກວ່າກີບ. ພ້ອມກັນນັ້ນ ຍັງໄດ້ສຸມໃສ່ວຽກງານການສຶກສາ, ວຽກງານສາທາລະນະສຸກ, ວຽກງານການທ່ອງທ່ຽວ, ວຽກງານພັດທະນາຊຸມຊົນ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ