ໃນວັນທີ 27 ກຸມພາ 2018 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານປະກັນສັງຄົມໃຫ້ ພະນະງານແຮງງານ ແລະ ສະຫວັດດີການ-ສັງຄົມ ທົ່ວນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ. ລໍາພອຍ ສີອັກຄະຈັນ ຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາ ພະນັກງານ ແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມຢ່າງພ້ອມພຽງ. ການປະກັນສັງຄົມແມ່ນແນວທາງນະໂຍບາຍທາງດ້ານປະກັນສັງຄົມ ຂອງລັດຖະບານໃຫ້ແກ່ສະມາຊິກ ຊຶ່ງໄດ້ກໍານົດຂອງເຂດການຄຸ້ມຄອງດ້ານສະຫວັດດີການສັງຄົມ ສະເພາະໃຫ້ແກ່ ພະນັກງານລັດຖະກອນ, ກໍາມະກອນ ກໍຄືຊາວຜູ້ອອກແຮງງານ ທີ່ເຮັດວຽກງຕາມໂຮງຈັກໂຮງງານ, ຕາມຫົວໜ່ວຍວິສາຫະກິດຕ່າງໆ ພ້ອມທັງປະຊາຊົນລາວທົ່ວໄປ ຫຼື ຜູ້ປະກອບອາຊີບອິດສະຫຼະ ທີ່ເຂົ້າເປັນສະມາຊິກປະກັນສັງຄົມ.
ໃນກອງປະຊຸມ ທ່ານນາງ. ດວງເດືອນ ຈັນທະວົງ ຫົວຫນ້າພະແນກປະຊາສໍາພັນ ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ຂື້ນເຜີຍແຜ່ເອກກະສານ ກ່ຽວກັບ ວຽກງານປະກັນສັງຄົມ ໃຫ້ແກ່ພະນັກງານ ທີ່ເຂົ້າຮ່ວມກອງປະຊຸມໃນໂອກາດດັ່ງກ່າວ ເພື່ອເຮັດໃຫ້ເຂົາເຈົ້າ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງໃນນະຄອນຫຼວງວຽງຈັນ ກ່ຽວກັບກົງຈັກການບໍລິຫານປະກັນສັງຄົມ, ລະບົບການປະກັນສັງຄົມ, ການຈັດສັນກອງທືນປະກັນສັງຄົມ, ລະບຽບການ, ຂໍ້ກໍານົດ, ລວມເຖິງສິດຜົນປະໂຫຍດຂອງການເຂົ້າເປັນສະມາຊິກ ປະກັນສັງຄົມ., ເພື່ອໃຫ້ພະນັກງານກໍາໄດ້ ກົດໝາຍວ່າດ້ວຍປະກັນສັງຄົມ ແລະ ນໍາເອົາແນວທາງນະໂຍບາຍດ້ານ ແຮງງານ ແລະ ສະຫວັດດີດການສັງຄົມຂອງພັກ-ລັດ ທີ່ມີຕໍ່ພະນັກງານລັດທະກອນ, ແລະ ຜູ້ອອກແຮງງານ ໄປເຜີຍແຜ່ຢ່າງຖືກຕ້ອງ ເຮັດໃຫ້ກອງທືນປະກັນສັງຄົມມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເຮັດໃຫ້ວຽກງານປະກັນສັງຄົມເຕີບໃຫຍ່ຂະຫຍາຍຕົວ ແນໃສ່ສ້າງສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ມີຄວາມກ້າວຫນ້າທຽບເທົ່າກັບສາກົນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ