ໃນຕອນເຊົ້າຂອງວັນທີ 27 ກຸມພາ 2018 ນີ້ ໄດ້ເປີດຊຸດຝຶກອົບຮົມຫຼັກສູດ: ການຮຽນຮູ້ຄວາມເປັນຜູ້ນໍາຊຸດທີ 6 ໃຫ້ລັດຖະກອນຂັ້ນພະແນກຂອງບັນດາກົມ, ທຽບເທົ່າ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຊຶ່ງຈັດຂຶ້ນທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ-ພະນັກງານກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການ ກະຊວງພາຍໃນ, ການຈັດຝຶກອົບຮົມຄັ້ງນີ້ ໄດ້ກໍານົດເວລາ 04 ວັນ, ໂດຍເລີ່ມແຕ່ວັນທີ 27 ກຸມພາ ຫາ ວັນທີ 02 ມີນາ 2018, ເຊິ່ງມີວິທະຍາກອນຂຶ້ນຫ້ອງບັນຍາຍຈາກສະຖາບັນຄົ້ນ ຄ້ວາວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງ ພາຍໃນ, ໃນນັ້ນມີວິທະຍາກອນ 04 ທ່ານ ແລະ ນັກສໍາມະນາກອນ 34 ທ່ານ, ຍິງ 17 ທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ລັດຖະກອນຂັ້ນພະແນກຂອງບັນດາກົມ,ທຽບເທົ່າ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງການເປັນຜູ້ນໍາ ເພື່ອເປັນຫຼັກການພື້ນຖານໃນການນໍາພາ ແລະ ຄຸ້ມຄອງວຽກງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ຜ່ານການຝຶກອົບຮົມໃນຄັ້ງນີ້ຈະເຮັດໃຫ້ຜູ້ເຂົ້າຮ່ວມຝຶກສາມາດກໍານົດຄ່ານິຍົມ, ກໍານົດວິໄສທັດ, ສ້າງທີມງານໃຫ້ມີປະສິດທິພາບ ແລະ ບັນລຸການເປັນຜູ້ນໍາທີ່ດີ ແລະ ເກັ່ງ, ສາມາດຈໍາແນກສິ່ງທີ່ເປັນຂໍ້ຄົງຄ້າງໃນບົດບາດການນໍາພາ ແລະ ກໍານົດວິທີການນໍາໃຊ້ທັກສະໃໝ່ໆ ເພື່ອປັບປຸງຕົນເອງໃຫ້ມີປະສິດທິພາບໃນການນໍາພາ-ຄຸ້ມຄອງ,ນອກຈາກນັ້ນຍັງສາມາດນໍາເອົາບົດຮຽນອັນໃໝ່ໄປເຜີຍແຜ່ ແລະ ນໍາໃຊ້ໃນຖານະເປັນຜູ້ນໍາໃຫ້ສອດຄ່ອງກັບພະແນກການຈັດຕັ້ງຂອງຕົນ.
ຂອບໃຈ ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ