ບໍລິສັດ ສົ່ວ ຊິຕີ້ຟູດ ປະເທດລາວ ຈໍາກັດ. ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 25 ກຸມພາ 2018 ຜ່ານມານີ້ ທີ່ ເຂດເສຖະກິດພິເສດ ວຽງຈັນ-ໂນນທອງ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ທິຣະວັດ ໂສພົນໄຊວັດ ແລະ ທ່ານ ນາງ. ສິລິພັດສອນ ໂສພົນໄຊວັດ, ເປັນກຽດເຂົ້າຮ່ວມ ໂດຍມີ ທ່ານ ປະລີນຍາເອກ ຄໍາລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ມີຜູ້ຕາງຫນ້າຈາກສະຖານທູດໄທ ປະຈໍາ ສປປ ລາວ, ພ້ອມກ້ວຍພາກສ່ວນກ່ຽວຂ້ອງ, ນັກທຸກລະກິດ ລາວ-ໄທ ແລະ ແຂກທີ່ຖືເຊີນເຂົ້າຮ່ວມ.
ທ່ານ ທິຣະວັດ ໂສພົນໄຊວັດ ປະທານບໍລິສັດ ສົ່ວຊິຕີ້ຟູດ ປະເທດລາວ ຈໍາກັດ. ໄດ້ກ່າວເຖິງຄວາມຕັ້ງໃຈ ທີ່ເປີດບໍລິສັດ ສົ່ວຊິຕີ້ຟູດ ຢູ່ ສ ປປລາວ, ດ້ວຍທືນຈົດທະບຽນ 90 ລ້ານບາດ, ຊຶ່ງເປັນບໍລິສັດ ທີ່ຜະລິດນໍ້າປາ, ນໍ້າສົ້ມສາຍຊູ, ນໍ້າມັນພືດ ແລະ ຜະລິດເຄື່ອງດື່ມຈາກພືດ, ຜັກ, ໝາກໄມ້, ຜະລິດເຄື່ອງປຸງລົດອາຫານ, ຜະລິດເຄື່ອງດື່ມທີ່ບໍ່ມີທາດແອນກໍຮໍ, ແປຮູບຜະລິດຕະພັນຈາກ ກະສິກໍາ, ຜະລິດນໍ້າດື່ມ, ນອກຈາກນັ້ນ, ທາງບໍລິສັດ ສົ່ວຊິຕີ້ຟູດ ປະເທດລາວ ຈໍາກັດ ຍັງຮັບຈ້າງຜະລິດສີນຄ້າໃຫ້ຜູ້ທີ່ມີແບນເປັນຂອງໂຕເອງ ພາຍໃຕ້ຄຸນນະພາບ - ມາດຕາຖານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ມີຄວາມສາມມາດໃນການພະລິດເຖິງ 12.000 ລິດ/ຊົ່ວໂມງ, 96.000 ລິດ/ວັນ, 2 ລ້ານລິດ/ເດືອນ, 24 ລ້ານລິດ/ຕໍ່ປີ. ສໍາລັບເປົ້າໝາຍຂອງ ບໍລິສັດ ໃນໄລຍະ 1-3 ປີທໍາອິດ ແມ່ນຈະຈໍາໜ່າຍສີນຄ້າ ຜ່ານຊ່ອງທາງການຂາຍໃຫ້ທົ່ວທຸກພື້ນທີ ໃນ ສປປລາວ ຄິດເປັນ 50 ສ່ວນຮ້ອຍຂອງຍອດຂາຍ ແລະ ສົ່ງອອກໄປຕ່າງປະເທດ ຄິດເປັນ 50 ສ່ວນຮ້ອຍຂອງຍອດຂາຍ. ນອກຈາກນັ້ນ ທ່ານ ປະທານບໍສັດ ສົ່ວຊິຕີ້ຟູດ ປະເທດລາວ ຈໍາກັດ. ໄດ້ກ່າວຕື່ມອີກວ່າ: ທ່ານຈະສ້າງແບນຂອງບໍລິສັດໃຫ້ເປັນທີ່ຈົດຈໍາຂອງຜູ້ບໍລິໂພກ ໃນດ້ານຄຸນນະພາບ ແລະ ຄວາມຫນ້າເຊື່ອຖື, ພ້ອມທັງສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ໃຫ້ແກ່ປະຊົນລາວ ຈໍານວນຫລາຍ ໂດຍຜ່ານການຈ້າງງານ ແລະ ການເສຍພາສີໃຫ້ລັດຖະບານ ອີກດ້ວຍ.
ໃນພິທີ ທ່ານປະທານບໍລິສັດຍັງໄດ້ ເຊີນທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ກນລົງທືນ ພ້ອມດ້ວຍບັນດາແຂກ ຮ່ວມກັນຕັດແຖບຜ້າ ເພື່ອເປັນການ ເປີດບໍລິສັດ ສົ່ວຊິຕີ້ຟູດ ປະເທດລາວຈໍາກັດ. ຢ່າງເປັນທາງການ ພ້ອມທັງທ່ຽວຊົມອາຄານ ແລະ ຂັ້ນຕອນການພະລິດ ຂອງບໍລິດສັດ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ