ທິດຜ່ານມາ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ທ່ານ ຄຳພັດ ສຸລີຂັນ ວ່າການເຈົ້າເມືອງໄຊຈຳພອນ ແລະ ບັນດາພະແນກການຂອງແຂວງ ຈຳນວນໜຶ່ງ ຮ່ວມຕິດຕາມ ປະກອບ ມີ: ພະແນກແຜນການ ແລະ ການລົງທືນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກສຶກສາທິການ ແລະ ກິລາ, ພະແນກໄປສະນີຄົມມະນາຄົມ ແລະ ສື່ສານ, ພະແນກສາທາລະນະສຸກ ແລະ ສະພາປະຊາຊົນແຂວງ ໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ເຂດຫ່າງໄກສອກລິກ ເມືອງໄຊຈຳພອນແຂວງບໍລິຄຳໄຊ ພ້ອມທັງນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກປະກອບ ມີ: ຜ່າຫົ່ມ, ເກີບ,ໂສ້ງ,ເສື້ອ ແລະ ອຸປະກອນການຮຽນ ຈາກກອງທືນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ມາມອບໃຫ້ປະຊາຊົນ ຄອບຄົວທຸກຍາກອານາຖາ ໃນນັ້ນປະກອບມີປະຊາຊົນບ້ານສົບເຕິ່ງ ຈຳນວນ 33 ຄອບຄົວ, ບ້ານສົບຂອນ 24 ຄອບຄົວ, ບ້ານເມືອງຈຳ 22 ຄອບຄົວ ແລະ ບ້ານໂພນເມືອງ 15 ຄອບຄົວ, ທັງນີ້ກໍ່ເພື່ອເຫັນໄດ້ເຖິງດ້ານມະນຸດສະທຳ ແລະ ເປັນການແບ່ງເບົາຄວາມທຸກຍາກຈາກປະຊາຊົນ ດ້ວຍຊັດຈະທຳທີ່ວ່າ: ໃບໄມ້ດີຫຸ້ມຫໍ່ໃບໄມ້ຂາດ, ຜູ້ຮັ່ງມີຊ່ວຍຜູ້ທຸກຍາກ, ຜູ້ແຂງແຮງຊ່ວຍຜູ້ອ່ອນແອ, ຜູ້ທີ່ມີໂອກາດຊ່ວຍຜູ້ດ້ອຍໂອກາດ, ພ້ອມດຽວກັນນັ້ນ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການສຶກສາ ເຂດຫ່າງໄກສອກລິກ ໃຫ້ມີການພັດທະນາດີຂື້ນເປັນລຳດັບ ຍັງໄດ້ມອບອຸປະກອນການຮຽນ ແລະ ອຸປະກອນການຫຼີ້ນກິລາ ໃຫ້ບັນດາໂຮງຮຽນນຳອີກ ໃນນັ້ນ ມີ: ໂຮງຮຽນປະຖົມບ້ານໂພນຄຳ, ໂຮງຮຽນປະຖົມບ້ານວັງບານ ແລະ ໂຮງຮຽນມັດທະຍົມສົມບູນນໍ້າອ້ອມ, ສໍາລັບການເດີນທາງໄປຫາແຕ່ລະບ້ານ ເຖິງວ່າເສັ້ນທາງຈະມີຄວາມຫຍຸ້ງຍາກ ແຕ່ກໍ່ບໍ່ເປັນອຸປະສັກໃດໆ ເພາະຢາກເຮັດໃຫ້ປະຊາຊົນ ມີການດຳລົງຊີວິດທີ່ດີ ມີຄວາມອົບອຸ່ນ ແລະ ມີຄວາມສາມັກຄີ ຕັ້ງໜ້າສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງ ເວົ້າສະເພາະກໍ່ຄືສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ລຸດພົ້ນອອກຈາກຄວາມທຸກຍາກ
ໂອກາດນີ້ ທ່ານ ຄຳຜອງ ແກ້ວລາດີ ນາຍບ້ານໆເມືອງຈຳ ຕາງໜ້າໃຫ້ອໍານາດການປົກຄອງບ້ານ ກໍ່ຄືພໍ່ແມ່ປະຊາຊົນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ ທີ່ຍາມໃດກໍ່ໄດ້ເປັນຫວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນທ່ານເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນໃນຄັ້ງນີ້.
ໃນໂອກາດທີ່ທ່ານເຈົ້າແຂວງບໍລິຄຳໄຊ ລົງມາຢ້ຽມຢາມປະຊາຊົນຄັ້ງນີ້ ທ່ານຍັງໄດ້ຮັບເອົາການສະເໜີຂອງປະຊາຊົນ ເພື່ອຈະໄດ້ພ້ອມກັນສຸມໃສ່ແກ້ໄຂ ໂດຍສະເພາະແມ່ນ ບັນຫາເສັ້ນທາງ, ໄຟຟ້າ, ລະບົບເຄືອຄ່າຍການສື່ສານ, ນ້ຳສະອາດ, ສຸກສາລາ, ຊົນລະປະທານ ແລະ ໂຮງຮຽນ, ຕໍ່ກັບບັນຫາດັ່ງກ່າວ ມັນແມ່ນປັດໃຈພື້ນຖານທີ່ສຳຄັນ ຕໍ່ກັບການດຳລົງຊິວິດ ແລະ ການພັດທະນາ, ສຳລັບເມືອງໄຊຈຳພອນ ມີ 18 ບ້ານ, ມີພົນລະເມືອງທັງໝົດ 11 ພັນກວ່າຄົນ ຍິງ 5 ພັນກວ່າຄົນ,ມີສາມເຜົ່າໃຫ່ຍຄື: ເຜົ່າລາວລຸ່ມ ເຜົ່າມົ່ງ ແລະ ເຜົ່າຕຸມ, ສະເລ່ຍລາຍຮັບ 7 ຮ້ອຍໂດລາ ຕໍ່ຄົນຕໍ່ປີ ເປັນເມືອງພູດອຍມີເສັ້ນທາງຄົມມະນາຄົມທຽວໄດ້ລະດູດຽວ ແລະ ເປັນເມືອງທີ່ທຸກຍາກຂອງແຂວງ ບໍລິໄຊ ແລະ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງໄວ້ ແມ່ນຈະສ້າງເມືອງໄຊຈຳພອນ ໃຫ້ກາຍເປັນເມືອງທີ່ຫຼຸດພົ້ນອອກທຸກຍາກໃນປີ 2020
ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ