ເມື່ອບໍ່ດົນມານີ້. ທີ່ສະໂມສອນປົກຄອງເມືອງເຢືອງ, ແຂວງວຽງຈັນ ໄດ້ມີການຈັດກອງປະຊຸມສະຫລຸບການຈັດຕັ້ງແຜນງົບປະມານ ປະຈໍາປີ 2017 ແລະ ແຜນການສົກປີ 2018 ຂື້ນ ໂດຍການເຂົ້າຮ່ວມເປັນປະທານ ມີ ທ່ານ ສີຕານ ສຸກປັນຍາ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງເຟືອງ, ທ່ານ ຂັນທອງ ພາລະຄອນ ຫົວຫນ້າພະແນກສວຍສາອາກອນ ແຂວງວຽງຈັນ, ເຂົ້າຮ່ວມມີຫົວຫນ້າຫ້ອງການການເງິນເມືອງ, ຄະນະຫ້ອງການ ບັນດາພະນັກງານຜູ້ເຮັດວຽກກ່ຽວກັບການເງິນ ເມືອງ, ບ້ານ ເຂົ້າຮ່ວມ ຢ່າງພ້ອມພຽງ 150 ກວ່າທ່ານ.
ໃນກອງປະຊຸມ ທ່ານ ແຖວຄໍາ ທໍາມະວົງ ຫົວຫນ້າຫ້ອງການ-ການເງິນເມືອງເຟືອງ ໄດ້ຂື້ນຜ່ານເນື້ອໃນ ບົດສະຫລຸບການຈັດຕັ້ງປະຕິບັດງົບປະມານ ປະຈໍາປີ 2017 ແລະ ແຜນທິດທາງ ການຈັດຕັ້ງແຜນງົບປະມານແຫ່ງລັດ ສົກປີ 2018 ເຊີ່ງເນື້ອໃນຂອງບົດສະຫລຸບ ໄດ້ລະບຸວ່າ: ການປະຕິບັດຕາມແຜນແບ່ງລາຍຮັບງົບປະມານ ສົກປີ 2017 ທີ່ສະພາແຫ່ງຊາດຮັບຮອງ ແລະ ພະແນກການເງິນແຂວງວຽງຈັນ ໄດ້ແບ່ງຕົວເລກລາຍຮັບໃຫ້ 2 ຕື້ 155 ລ້ານກວ່າກີບ, ສາມາດປະຕິບັດໄດ້ 2 ຕື້ 409 ລ້ານກວ່າກີບ, ເທົ່າກັບ 111 ກວ່າສ່ວນຮ້ອຍ ຂອງແຜນການປີ ( ລື່ນຄາດຫມາຍ. ) ສໍາລັບວຽກງານສວນອາກອນ ທົ່ວເມືອງເຟືອຍ ມີພື້ນຖານວິສາຫາກິດ ທັງໝົດ 473 ພື້ນຖານ ໃນນັ້ນ ເມືອງຄຸ້ມຄອງ ມີ 182 ພື້ນຖານ, ບ້ານຄຸ້ມຄອງ ມີ 291 ພື້ນຖານ. ວຽກເກັບລາຍຮັບອາກອນ ຕົວເລກແຜນການປີ 520 ລ້ານກີບ, ປະຕິບັດເກັບລາຍຮັບເຂົ້າງົບປະມານ ໄດ້ 717 ລ້ານກວ່າກີບ ເທົ່າກັບ 138 ສ່ວນຮ້ອຍ ຂອງແຜນການປີ, ວຽກງານທີ່ດິນ ຕົວເລກແຜນການປີ 520 ລ້ານກີບ ປະຕິບັດໄດ້ 550 ລ້ານກວ່າກີບ, ເທົ່າກັບ 105 ກວ່າສ່ວນຮ້ອຍ ຂອງແຜນການປີ. ວຽກລາຍຮັບວິຊາການ ແລະ ຄ່າທໍານຽມ ເຊີ່ງລາຍຮັບດັ່ງກ່າວ ແມ່ນໄດ້ເປີດບັນຊີເງິນຝາກ ຢູ່ຫ້ອງການ-ການເງິນເມືອງເຟືອງ ແຜນການຫ້ອງການທີ່ມີລາຍຮັບວິຊາການ ທັງໝົດ 1 ຕື້ 5 ລ້ານກວ່າກີບ ແລະ ສາມາດປະຕິບັດໄດ້ 1 ຕື້ 31 ລ້ານກວ່າກີບ ເທົ່າກັບ 102 ກວ່າສ່ວນຮ່້ອຍ. ວຽກງານຊັບສິນ ຕາມຕົວເລກແຜນການປີ ແມ່ນ 110 ລ້ານກີບ ແຜນປະຕິບັດເກັບລາຍຮັບໄດ້ 110 ລ້ານ ກວ່າກີບ, ຂອງແຜນການປີ. ສ່ວນວຽກງານລາຍຈ່າຍຕາມແຜນແບ່ງປັນ ຂອງແຂວງ ເປັນຕົ້ນລາຍຈ່າຍລາຍເງິນເດືອນ, ອຸດຫມູນ, ເງີນດັດສົມ ແລະ ອື່ນໆ. ຕາມແຜນການອະນຸມັດແມ່ນຈ່າຍໃນປີ 7 ຕື້ 665 ລ້ານກວ່າກີບ, ປະຕິບັດອະນຸມັດຈ່າຍຕົວຈິງ 7 ຕື້ 547 ລ້ານກວ່າກີບ, ເທົ່າກັບ 98,46 ສ່ວນຮ້ອຍ. ສໍາລັບດ້ານການເມືອງແນວຄິດ ພະນັກງານລັດຖະກອນໃນຫ້ອງການ-ການເງິນເມືອງ ສ່ວນຫລາຍແມ່ນມີຄວາມຮູ້-ຄວາມສາມາດ ແລະ ປະຕິບັດຫນ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ການປະຕິບັດວຽກງານການເງິນ ຜ່ານມາແມ່ນໄດ້ຮັບຜົນສໍາເລັດ ກໍ່ຍ້ອນໄດ້ຮັບການຊີ້ນໍາ-ນໍາພາ ຂອງຄະນະພັກ, ອໍານາດການປົກຄອງແຕ່ລະຂັນ ນັບທັງສາຍຕັ້ງ ແລະ ສາຍຂວາງ ແລະ ໄດ້ຮັບການສຶກສາອົບຮົມ ເຊື່ອມຊຶມຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດຫມາຍຂອງລັດວາງອອກ.
ສ່ວນແຜນການທິດທາງໃນປີ 2018 ໂດຍອິງໃສ່ຈຸດພິເສດ, ທ່າແຮງຂອງເມືອງ ບວກໃສ່ສະຕີຄວາມເປັນເຈົ້າການ ຕ້ານວິກິດການທາງດ້ານການເງິນ ເຮັດໃຫ້ການຮັກສາສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຂອງເມືອງ ສຶບຕໍ່ຂະຫຍາຍຕົວ, ສູ້ຊົນປະຕິບັດ ເກັບລາຍຮັບໃຫ້ໄດ້ລື່ນຄາດຫມາຍແຜນການ ພ້ອມທັງວາງທິດທາງການແກ້ໄຂ ລະບອບເກື້ອກູນ, ແກ້ໄຂຫນີ້ສິນຄຸມເຄືອ ສຸມໃສ່ວຽກງານທີ່ເປັນປັດໄຈ ຊຸກຍູ້ວຽກງານງົບປະມານ. ກອງປະຊຸມ ດັ່ງກ່າວ ຍັງໄດ້ຮັບຟັງການຂື້ນຜ່ານ ຄໍາສັ່ງແນະນໍາ ເລກທີ 01/ຈຂ-ຂຈ ລົງວັນທີ 14 ກຸມພາ 2018 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2018 ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 6 ຂອງເມືອງເຟືອງ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ