ເມື່ອບໍ່ດົນມານນີ້ ບໍລິເວນແຄມຂອງ, ນະຄອນຫລວງວຽງຈັນ ໄດ້ມີການເປີດແຫລ່ງທ່ອງທ່ຽວໃຫມ່ ທີ່ມີຊື່ວ່າ ນາຄະຣາດ ຊີຕີ, ເຊີ່ງສະຖານທີ່ດັ່ງກ່າວ ເປັນທັງແຫລ່ງທ່ອງທ່ຽວ ແລະ ແຫລ່ງຊອບປີ່ງ ສິນຄ້າ ທີ່ມີຄວາມຫລາກຫລາຍ. ຈຸດທີ່ໂດດເດັ່ນ ຂອງແຫລ່ງທ່ອງທ່ຽວ ນາຄະຣາດ ຊີຕີ ນັ້ນກໍ່ແມ່ນ ນໍ້າພຸ ລະບໍາ ທີ່ປະດັບດ້ວຍໄຟແສງສີ ນັກທ່ອງທ່ຽວສ່ວນໃຫຍ່ ມັກໄປຍືນຖ່າຍຮູບ ໃນບໍລິເວນດັ່ງກ່າວ ເພາະເຫັນວ່າມີຄວາມສວຍງາມ ແລະ ອາກາດຊຸ່ມເຢັນ. ຄາດວ່າ ໃນໄລຍະ ສະເຫລີມສະຫລອງ ປີໃຫມ່ລາວ ສະຖານທີ່ດັ່ງກ່າວ ອາດເຕັມໄປດ້ວຍນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ແຫລ່ງທ່ອງທ່ຽວ ນາຄະຣາດ ຊີຕີ ໄດ້ຖືກອອກແບບ ໃນຮູບແບບປະສົມປະສານ ສີລະປະແບບລາວ ແລະ ຈີນ ບູຮານ ແບບກົມກືຣນ ກັບຍຸກສະໄຫມໃຫມ່ ເບີ່ງແລ້ວ ມີຄວາມສວຍງາມ ນາຄະຣາດ ຊີຕີ ໄດ້ມີການແບ່ງໂຊນ ອອກເປັນຫລາຍໂຊນ ເຊັ່ນ: ໂຊນຂາຍສິນຄ້າ. ເຄື່ອງທີ່ລະນຶກ, ເສື້ອຜ້າ, ອາຫານ ແລະ ໂຊນການສະແດງ, ໂຊນນໍ້າພຸ ແລະ ອື່ນໆ. ນັກທ່ອງທ່ຽວສ່ວນໃຫຍ່ ມັກເດີນທາງມາທ່ອງທ່ຽວ ໃນບໍລິເວນແຄມຂອງ ແລະ ມີໂອກາດໄດ້ເຫັນ ພ້ອມທັງເລາະຢ້ຽມຊົມ ແຫລ່ງທ່ອງທ່ຽວ ນາຄະຣາດ ຊີຕີ ໄປພ້ອມໆກັນ. ຖືວ່າ ເປັນອີກຫນຶ່ງແຫລ່ງທ່ອງທ່ຽວ ທີ່ມີສີສັນ ແລະ ສ້າງສະເໜ່ ແກ່ ນະຄອນຫລວງວຽງຈັນ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ