ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫລັກ 6 ເລນ ນັບແຕ່ 4 ແຍກໄຟແດງ ບ້ານຕານມີໄຊ ໄປຫາ 3 ແຍກໄຟແດງ ໜອງບຶກ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາແຕ່ ເດືອນຕຸລາ 2016 ດ້ວຍມູນຄ່າການກໍ່ສ້າງທັງໝົດ 45 ລ້ານໂດລາສະຫາລັດ, ເຊີ່ງມີຄວາມຍາວຂອງເສັ້ນທາງ 9,3 ກິໂລແມັດ. ໂດຍມີກໍານົດການກໍ່ສ້າງ 24 ເດືອນ ຫລື ເດືອນກັນຍາ 2018 ແມ່ນໃຫ້ສໍາເລັດສົມບູນ. ເຈົ້າຂອງໂຄງການ ແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແລະ ຜູ້ຮັບເມົາແມ່ນ ບໍລິສັດ ຕັງຈະເລີນ ຈໍາກັດ ໂດຍເປັນຜູ້ລົງທຶນກ່ອນ.
ປະຈຸບັນ ໂຄງການກໍ່ສ້າງສໍາເລັດໄປ ລວມລວມ ປະມານ 35-40 ສ່ວນຮ້ອຍ, ໃນບາງຈຸດເລີມເທເບຕົງຫນ້າທາງ ໃນບາງສ່ວນ ແລະ ອີກຫລາຍຈຸດ ແມ່ນຍັງພວມດໍາເນີນການຢູ່, ເນື່ອງຈາກເສັ້ນທາງດັ່ງກ່າວ ມີການສັນຈອນໄປ-ມາ ຂອງຍານພະຫານະ ເປັນຈໍານວນຫລວງຫລາຍ, ເຮັດໃຫ້ ມີຝຸ່ນ ຕາມຖະຫນົນຫົນທາງ ປິວ ສົ່ງຜົນຕໍ່ປະຊາຊົນ ທີ່ອາໃສບໍລິເວນນັ້ນ ເກີດຄວາມບໍ່ພໍ່ໃຈ ແລະ ມີຫາງສຽງ ໃຫ້ທາງບໍລິສັດ ຜູ້ຮັບເໝົາ ເອົາໃຈໃສ່ ໃນການຫົດນໍ້າ ຕື່ມ ເພື່ອຫລຸດຜ່ອນບັນດາຝຸ່ນ ຕ່າງໆ. ຜ່ານການຮັບຟັງ ການລາຍງານສະພາບໂຄງການກໍ່ສ້າງ ຈາກ ທ່ານ ຫຸ່ມພັນ ດວງພະເດດ ຫົວຫນ້າໂຄງການກໍ່ສ້າງທາງເສັ້ນ ກ່າວວ່າ: ຜ່ານມາການກໍ່່ສ້າງ ເຫັນວ່າມີຄວາມຊັກຊ້າກວ່າແຜນການທີ່ກໍານົດໄວ້ ແຕ່ ທາງພາກສ່ວນຮັບຜິດຊອບ ກໍ່ພະຍາຍາມສຸມໃສ່ ເພື່ອເຮັດໃຫ້ຫລາຍໆຫນ້າວຽກ ໃຫ້ສໍາເລັດຕາມແຜນທີ່ກໍານົດ, ປະກອບມີ ວຽກຍົກຍ້າຍສິ່ງກິດຂວາງ , ວຽກປັບຫນ້າດິນ, ວຽກວາງທໍ່ລະບົບນໍ້າປະປາ ທັງສອງຂ້າງທາງ, ວຽກກໍ່ສ້າງຂຸມພັກນໍ້າ, ກໍ່ສ້າງທໍ່ 4 ລ່ຽມ, ທໍ່ລອດທາງ, ເທເບຕົງເສິມເຫລັກຫນ້າທາງ ແລະ ວຽກອື່ນໆ.
ສໍາລັບສິ່ງຫຍຸ້ງຍາກ ທີ່ເຮັດໃຫ້ໂຄງການຊັກຊ້າກວ່າແຜນການ ເນື່ອງຈາກການຍົກຍ້ານສິ່ງກິດຂວາງ ເຊັ່ນ ເສົາໄຟຟ້າ, ນໍ້າປະປາ ແລະ ລະບົບເສາຍໄຍແສງ ຂອງໂຄງການສາຍສົ່ງແຫ່ງຊາດ ຮັບໃຊ້ການນໍາ ແມ່ນຖຶກຈັດຕັ້ງປະຕິບັດໄປຄຽງຄູ່ກັບການກໍ່ສ້າງ ແລະ ນອກຈາກນັນ ມີບາງຈຸດ ຕ້ອງໄດ້ລໍຖ້າ ໃຫ້ການຍົກຍ້າຍສໍາເລັດ ກ່ອນ ຈິ່ງສາມາດທໍາການກໍ່ສ້າງໄດ້. ພ້ອມກັນນັ້ນ ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ຍັງເປັນເຂດຊຸມຊົນ ທີ່ບໍ່ມີພື້ນທີ່ ກໍ່ສ້າງທາງເວັ້ນຊົ່ວຄາວ ເຮັດໃຫ້ການສັນຈອນໄປ-ມາ ມີລັກສະນະແອອັດ ແຕ່ທາງໂຄງການ ແມ່ນໄດ້ມີການຈັດແຜນວຽກ ໃຫມ່ ເພີ່ມຫນ່ວຍງານການກໍ່ສ້າງເຂົ້າໄປຕື່ມ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ສໍາເລັດ ຕາມແຜນກໍານົດໄວ້ ທ້າຍປີ 2018 ນີ້.
Editor: ກຳປານາດ ລັດຖະເຮົ້າ