ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະຈໍາປີ 2017 ຂອງຫ້ອງການສາທາລະນະສຸກເມືອງ ທ່າແຕງ ແຂວງເຊກອງ ທີ່ຈັດຂື້ນໃນວັນທີ 21 ກຸມພາ ຜ່ານມານີ້ ຢູ່ທີ່ໂຮງແຮມ ແອນນາ ທ່ານ ຄຳໄພ ສິມມາວັດ ຮອງເລຂາພັກເມືອງ ຮອງເຈົ້າເມືອງທ່າແຕງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮຽກຮ້ອງໃຫ້ພະນັກງານການນໍາ, ພະນັກງານວິຊາການ ຂອງຫ້ອງການສາທາລະນະສຸກເມືອງທ່າແຕງ ສືບຕໍ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
ທ່ານ ຄຳໄພ ສິມມາວັດ ຮອງເຈົ້າເມືອງທ່າແຕງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ກ່າວວ່າ: ວຽກງານສາທາລະນະສຸກມີຄວາມສໍາຄັນແລະ ເປັນຍຸດທະສາດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ສະນັ້ນ ບັນດາການນໍາ ແລະ ພະນັກງານວິຊາການ ໃນຂະແໜ່ງສາທາລະນະສຸກ ຕ້ອງໄດ້ມີຄວາມພະຍາຍາມປະຕິບັດໜ້າທີ່ການເມືອງຂອງຕົນຢ່າງແຂງແຮງ ໂດຍສືບຕໍ່ສຶກສາອົບຮົມການເມືອງແນວຄິດຢ່າງຕໍ່ເນື່ອງ ຕາມແຜ່ນການນະໂຍບາຍຂອງລັດຖະກອນ, ເອົາໃຈໃສ່ລົງກໍ່ສ້າງຮາກຖານຢ່າງແຂງແຮງ ໂດຍຕິດພັນກັບວຽກງານ 3 ສ້າງ ແນໃສ່ໃຫ້ປະຊາຊົນຮັບຮູ້ ເຊື່ອມຊືມຢ່າງທົ່ວເຖິງ.
ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ