ໃນວັນທີ 23 ກຸມພາ 2018 ທີ່ໂຮງຫມໍມິດຕະພາບ ໄດ້ຈັດກອງປະຊຸມທາງດ້ານວິຊາການ ດ້ານລັງສີ ບົ່ງມະຕິພະຍາດ ລະບົບປະສາດ ແລະ ການປິ່ນປົວພະຍາດລະບົບປະສາດ ຂື້ນ ເພື່ອເປັນການຖ່າຍທອດຂໍ້ມູນທາງດ້ານການແພດ ແລະ ການປິ່ນປົວ ພະຍາດ ດ້ວຍເຄື່ອງມື ທີ່ມີຄວາມທັນສະໄຫມ. ກອງປະຊຸມ ຄັ້ງນີ້, ໂດຍການຮ່ວມມື ດ້ານວິຊາການລັງສີ ແລະ ລະບົບປະສາດ ໂຮງຫມໍມິດຕະພາບ ແລະ ອາຈານຊຽວຊານລັງສີ ລະບົບປະສາດ ແລະ ອາຈານຊຽວຊານ ລະບົບປະສາດ ຂອງສະມາຄົມ ລະບົບປະສາດ ແຫ່ງປະເທດ ຝຣັ່ງ.
ກອງປະຊຸມສໍາມະນາ ຄັ້ງນີ້ ໄດ້ກໍາກົດຫົວຂໍ້ວ່າ: ການບົ່ງມະຕິດ້ານລັງສີ ແລະ ການປິ້ນປົວພະຍາດ ທາງດ້ານລະບົບປະສາດ ແລະ ຫລັກການພື້ນຖານໃນການປິ້ນປົວດ້ວຍລັງສີສາຍແສງ ໃນພະຍາດມະເຮັງປາກມົດລູກ, ໂດຍມີການນໍາສະເໜີຈາກບັນດາແພດຊຽວຊານລັງສີ, ຊຽວຊານພະຍາດລະບົປະສາດ ແລະ ຊຽວຊານຜ່າຕັດລະບົບປະສາດ ຂອງໂຮງໝໍມິດຕະພາບ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ. ສະໜອງ ທອງຊະນະ ອໍານວຍການໂຮງໝໍມິດຕະພາບ ພ້ອມນີ້ ເຂົ້າຮ່ວມມີບັນດາຄະນະແພດຊຽວຊານລະບົບປະສາດ ພາຍໃນ ແລະ ພາຍນອກ, ບັນດາ ທ່ານໝໍ ຈາກໂຮງຫມໍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ລວມທັງພາກສ່ວນທີ່ກ່ຽວຂ້ອງ 100 ກວ່າທ່ານເຂົ້າຮ່ວມ.
ກອງປະຊຸມ ສໍາມະນາ ດັ່ງກ່າວ ໄດ້ດໍາເນີນເປັນເວລາ 1 ວັນ ເຊີ່ງບັນດາພະນັກງານແພດ ທີ່ກ່ຽວຂ້ອງ ແມ່ນໄດ້ ຮຽນຮູ້ເຖິງ ຫລັກການວິທີບົ່ງມະຕິ ແລະ ການປິ່ນປົວ ພະຍາດດັ່ງກ່າວ ດ້ວຍເຕັດໂນໂລຊີ ທີ່ທັນສະໄຫມ ແລະ ມີປະສິດທິພາບ.
Editor: ກຳປານາດ ລັດຖະເຮົ້າ