ໃນວັນທີ 23 ກຸມພາ 2018 ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດກອງປະຊຸມ ສະຫຼຸບຜົນງານ ປີ 2017 ແລະ ແຜນພັດທະນາ 2018 ຂື້ນ ທີ່ໂຮງແຮມ ຄາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເອກກະພັນ ພະພິທັກ ປະທານ ສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ, ມີ ທ່ານ ສູນທອນ ຈັນທະວົງ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ພ້ອມດ້ວຍຜູ້ບໍລິຫານລະດັບສູງ, ພະນັກງານວິຊາການທຸກພາກສ່ວນ, ນັກທຸກລະກິດ ແລະ ລູກຄ້າຂອງ ທະນາຄານຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວເພື່ອສະຫຼຸບ ຜົນງານຂອງທະນາະຄານຮ່ວມພັດທະນາ ໄລະຍະຜ່ານມາ ແລະ ວາງທິດທາງແຜນກນໃນຕໍ່ຫນ້າ ພ້ອມກັບຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບ ສ່ວນເຂົ້າໃນວຽກງານຂອງ ທະນາຄານຮ່ວມພັດທະນາ ໃຫ້ມີກໍາລັງໃຈ ແລະ ຕັ້ງຫນ້າປະຕິບັດວຽກງານ ໃຫ້ດີກວ່າເກົ່າ. ໃນປີ 2017 ຖືວ່າເປັນອີກປີໜຶ່ງ ທີ່ມີຜົນງານພົ້ນເດັ່ນຫລາຍດ້ານ ແລະ ກໍເປັນປີທີ່ມີຄວາມໝາຍສໍາຄັນ ທະນາຄານຮ່ວມພັດທະນາ ໄດ້ຮັບໃບຍ້ອງຍໍ້ ISO 9001:2015 ໃນວຽກງານບໍລິຫານຫນ້າຄາວເຕີ້ ແລະ ໄດ້ເປີດໜ່ວຍບໍລິການເພີ່ມຕື່ມອີກ 11 ໜ່ວຍບໍລິການ ຢູ່ເຂດຊຸມຊົນຕ່າງໆ ໃນຂອບເຂດທົ່ວປະເທດ ລື່ນຄາດໝາຍ 3 ໜ່ວຍບໍລິການ ປັດຈຸບັນ ທະນາຮ່ວມພັດທະນາ ມີໜ່ວຍບໍລິການ 53 ໜ່ວຍບໍລິການ, ອອກຜະລິດຕະພັນໃຫມ່ ເພື່ອຕອບສະໜອງລູກ ໃຫ້ໄດ້ຊົມໃຊ້ຢ່າງຫຼວງຫຼາຍ ແລະ ໄດ້ຮັບຄວາມປະທັບໃຈ ເຊັ່ນ: ເງີນກູ້ເພື່ອພະນັກງານ, ເງີນກູ້ເພື່ອການສຶກສາ ພາຍໃນ ແລະ ຕ່າງປະເທດ, ສໍາເລັດໃນການອອກຜະລິດຕະພັນ ເຮັດທຸລະກໍາທາງດ້ານການເງີນຜ່ານມືຖື Mobile Banking ຫຼື ເວົ້າຫຍໍ້ວ່າ JDB yes ຊຶ່ງຫາກໍ່ເປີດໂຕ ໃນປ 2018 ນີ້.
ນອກຈາກນັ້ນພາຍ ໃນຕອນຄໍ່າຍັງໄດ້ມີການຈັດງານລ້ຽງສະຫຼອງ ຜົນສໍາເລັດ 5 ປີ JDB ພາຍໃຕ້ຜູ້ບໍລິຫານຊຸດໃຫມ່ ຂອງທະນາຄານຮ່ວມພັດທະນາ ແລະ ໄດ້ເຊີນການນໍາຂັນສູງ, ນັກທຸລະກິດ ແລະ ລູກຄ້າຂອງ ທະນະາຄານຮ່ວມພັດທະນາ ເພື່ອເປັນການສ້າງສາຍສໍາພັນອັນດີ ແລະ ແລກປ່ຽນຄໍາຄິດເຫັນ ເຮັດໃຫ້ນັກທຸລະກິດທີ່ຍັງບໍ່ທັນເປັນລູກຄ້າ ສາມາດເຂົ້າເຖິງແຫລງທືນ ດ້ວຍຄວາມສະດວກສະບາຍ ເຊິ່ງທະນຄານມີແຫລງທືນພຽງພໍ ທີ່ຈະສະໜອງໃຫ້ລູກຄ້າ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ພ້ອມກັນນັ້ນ, ກໍເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ ເຕີບໃຫຍ່ໄປພ້ອມກັນ.
Editor: ກຳປານາດ ລັດຖະເຮົ້າ