ໃນວັນທີ 23 ກຸມພາ 2018 ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ຈັດງານ ເປີດໂຕເວບໄຊ ທີ່ມີຮູບແບບໃຫມ່ ເພື່ອເປັນການຕ້ອນຮັບການກ້າວເຂົ້າສູ່ປີທີ 8 ຂອງການດໍາເນີນທຸກລະກິດ ທີ່ອາຄານ The Blue Diamond ນະຄອນຫຼວງວຽງຈັນ ງານດັ່ງກ່າວໄດ້ຮັບກຽດເປັນປະທານຂອງ ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງີນ, ແລະ ທ່ານນາງ. ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດາຫົວຫນ້າຫ້ອງການກະຊວງ, ຫົວຫນ້າກົມ, ຮອງກົມ, ຄະນະສະພາບໍລິຫານ ແລະ ຄະນະຜູ້ບໍລິຫານໃຫຍ່ຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີແມ່ນໄດ້ມີການ ນໍາສະເໜີຜົນການດໍາເນີນກິດຈະການຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຕະຫຼອດໄລຍະ 7 ປີຜ່ານມາ, ເຊິງໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ສາມາດຕອບສະໜອງໄດ້ ຄວາມຮຽກຮອງຕອງການ ພາຍໃນປະເທດ ແລະ ຕະຫຼາດພະລັງງານ ນອກປະເທດ ເຊິງນັບມື້ນັບສູງຂື້ນ. ນອກນັ້ນຍັງໄດ້ເວົ້າເຖິງ ແຜນການດໍາເນີນທຸລະກິກຂອງ ບໍລິສັດ ນັບຕັ້ງແຕ່ປີ 2011 ຈົນເຖິງປີ 2020 ຊຶ່ງໄດ້ວາງຄາດໝາຍ ໃນການເພີ່ມກໍາລັງການພະລິດ ໃຫ້ໄດ້ທັງໝົດ 2.400 ເມກາວັດ, ຈາກ 387 ເມກາວັດ ໃນປີ 2010. ປັດຈຸບັນ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ມີເຂື່ອນໄຟຟ້າ ທີ່ຢູພາຍໃຕ້ການຄວບຄຸມທັງໝົດ 10 ເຂື່ອນ ແລະ ເຂົ້າຖືຮຸ້ນໃນບັນດາເຂື່ອນເອກະລາດ ຈໍານວນ 5 ເຂື່ອນ, ນອກນັ້ນຍັງໄດ້ລົງທືນ ໃນການພັດທະນາພະລັງງານແສງຕາເວັນ ເຊິ່ງມີກໍາລັງຕິດຕັ້ງທັງໝົດ 1.137 ເມກາວັດ. ພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ ວຽກງານສິ່ງແວດລ້ອມ ຊ່ວຍເຫຼືອສັງຄົມ ແລະ ພັດທະນາຊຸມຊົນ ທີ່ຢູ້ອ້ອມຂ້າງເຂື່ອນຕ່າງໆ ທີ່ບໍລິສັດໄດ້ຄຸ້ມຄອງ ອີກດ້ວຍ.
ສະນັ້ນໃນໂອກາດດັ່ງກ່າວນີ້ ເພື່ອເປັນການຕ້ອນຮັບການກ້າວເຂົ້າສູ່ ປີທີ 8 ຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຈຶ່ງໄດ້ມີການປັບປຸງຫນ້າຕາເວບໄຊໃໝ່ ໃຫ້ມີຄວາມທັນສະໄໝ ທັນກັບສະພາບຂອງການພັດທະນາເສດທະກິດ - ສັງຄົມ ໃນປັດຈຸບັນ ທີ່ທຸກທ່ານສາມາດເຂົ້າຕິດຕາມຂໍ້ມູນຕ່າງໆຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ທີ່ ໂວວາຍເວບ ອີດີແອລເຈນດອດຄອມດອດລາ www.edlgen.com.la ສໍາລັບຮູບໂສມໃໝ່ຂອງເວບໄຊນີ້ ປະກອບໄປດ້ວຍລາຍລະອຽດຂອງການດໍາເນີນງານຂອງ ບໍລິສັດ ຕັ້ງແຕ່ກໍ່ຕັ້ງ ຈົນເຖິງປັດຈຸບັນ ລວມໄປແຜນງານໃນອານາຄົດຂອງບໍລິສັດ, ມີຄວາມສະດວກສະບາຍໃນການຕິດຕາມ ຂໍ້ມູນ-ຂ່າວສານການເຄື່ອນໄຫວຂອງບໍລິສັດ ໄດ້ງ່າຍຍິ່ງຂື້ນ.
Editor: ກຳປານາດ ລັດຖະເຮົ້າ