ງານວາງສະແດງ ສິນຄ້າ ລາວ-ໄທ ( ແຂວງຊຽງໃຫມ່ ) ໄດ້ຈັດຂື້ນ ໃນລະຫວ່າງວັນທີ 21-25 ກຸມພາ 2018 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ. ເຊີ່ງໃນແລງວັນທີ 22 ກຸມພາ 2018 ແມ່ນໄດ້ມີພິທີເປີດ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມ ເປັນປະທານ ຂອງ ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາອຸດສະຫະກໍາ ແລະ ການຄ້າ ແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ທັງຝ່າຍລາວ ແລະ ໄທ ເຂົ້າຮ່ວມ ຢ່າງພ້ອມພຽງ.
ງານດັ່ງກ່າວ ແມ່ນຈະດໍາເນີນໄປຈົນເຖິງ 25 ກຸມພາ 2018 ຝ່າຍໄທ ໄດ້ນໍາເອົາຜະລິດຕະພັນ ທີ່ມີຊື່ສຽງ ຈາກ ແຂວງຊຽງໃຫມ່ ເຂົ້າມາວາງສະແດງ ໂດຍສະເພາະ ສິນຄ້າປະເພດແຜ່ນແພ, ເຄື່ອງນຸ່ງຫົ່ມ. ເຄື່ອງທີ່ລະນຶກຫັດຖະກໍາ ແລະ ປະເພດອາຫານສໍາເລັດຮູບ. ຫລາຍລາຍການ. ພ້ອມກັນນັ້ນ ຝ່າຍລາວ ຍັງໄດ້ນໍາເອົາສິນຄ້າ ເຂົ້າຮ່ວມວາງສະແດງເຊັ່ນດຽວກັນ. ງານວາງສະແດງສິນຄ້າ ລາວ-ໄທ ( ຊຽງໃຫມ່) ແມ່ນຫນື່ງກິດຈະກໍາ ການແລກປ່ຽນທາງດ້ານສິນຄ້າ ຮ່ວມກັນ ພາຍໃຕ້ໂຄງການສາຍສໍາພັນ 2 ແຜ່ນດິນ ລາວ-ໄທ ພ້ອມກັນນີ້ ຍັງເປັນການສົ່ງເສີມ ຜູ້ຜະລິດສິນຄ້າ ໄດ້ມີໂອກາດນໍາເອົາສິນຄ້າ ມາແລກປ່ຽນເຊີ່ງກັນ ແລະ ກັນ ພ້ອມກັນນັນ ຍັງເປັນການແລກປ່ຽນ ທາງດ້ານການຜະລິດ, ການຕະຫລາດ ເພື່ອຍົກສູງຄຸນນະພາບ ທາງດ້ານສິນຄ້າ ໃຫ້ໄດ້ມາດຕະຖານ ໃນລະດັບອາຊຽນ ກໍ່ຄືສາກົນ ຂື້ນ ເທື້ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ