ໃນວັນທີ 21 ກຸມພາ ປີ 2018 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ, ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ມີພິທີເປີດຊອງການປະມູນໂຄງການສ້ວມແປງທາງຊົນນະບົດ ແຕ່ ບ້ານເມືອງຮຶບ - ບ້ານສົບພົນ ເມືອງໂພນທອງ, ແຂວງຫຼວງພະບາງ ໃນໄລຍະທາງ 3 5ກິໂລແມັດ ,ໂດຍການເປັນປະທານຂອງ ທ່ານນາງ ວັນເພັງ ພະຫົງຈັນ ຮອງເຈົ້້າເມືອງໆໂພນທອງ, ມີບັນດາຄະນະກຳມະການການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ, ສະພາປະຊາຊົນແຂວງ, ຕະຫລອດຮອດຕ່າງໜ້າບໍລິສັດປະມູນ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານລະບຽບຂອງການປະມູນ ແລະ ແຈ້ງໃຫ້ບໍລິສັດຢືນຊ່ອງປະມູນ, ເພື່ອແນໃສ່ປະຕິບັດການປະມູນໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຮັບປະກັນຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ, ຫຼັກຈາກນັ້ນຄະນະກໍາມະການປະມູນ ໄດ້ກວດກາເງື່ອນໄຂຂອງແຕ່ລະບໍລິສັດ ເຂົ້າຮ່ວມປະມູນ, ຜ່ານການກວດກາເງື່ອນໄຂຂອງຄະນະກໍາມະການເຫັນວ່າ ມີ ບໍລິສັດ DSL ກໍ່ສ້າງຂົວທາງຈໍາກັດ, ບໍລິສັດ ແບ້ງຈະເລີນກໍ່ສ້າງຂົວທາງ ຈໍາກັດ , ບໍລິສັດ ແສງອາລຸນ ກໍ່ສ້າງຂົວທາງ ຈໍາກັດ, ບໍລິສັດ ສຸກສາວົງ ກໍ່ສ້າງຂົວທາງ ຈໍາກັດ , ທີ່ໄດ້ເຂົ້້າຮ່ວມເຊິ່ງເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ,ຜ່ານການປະມູນໃນຄັ້ງນີ້ ແມ່ນບໍລິສັດ DSL ກໍ່ສ້າງຂົວທາງ ຈໍາກັດ ໃຊ້ງົບປະມານຕໍ່າທີ່ສຸດ ໃນມູນຄ່າ 4 ຕື້ 339 ລ້ານ 188,000 ກີບ, ແຕ່ຄະນະກໍາມະການຄຸ້ມຄອງ ການລົງທຶນຂັ້ນເມືອງ ແລະ ເຈົ້າຂອງໂຄງການ, ພ້ອມບໍລິສັດໄດ້ຕໍ່ລອງລາຄາກັນ ເພື່ອໃຫ້ໄດ້ໃນລາຄາກາງທີ່ ສະພາຮັບຮອງແມ່ນ 4 ຕື້ 935 ລ້ານ 890,000 ກີບ.
Editor: ກຳປານາດ ລັດຖະເຮົ້າ