ເມື່ອບໍ່ດົນມານີ້, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຊາວໝຸ່ມເມືອງເຊໂປນ ປະຈຳປີ 2017 ແລະ ວາງທິດທາງແຜນການປະຈຳປີ 2018 ຂື້ນຢ່າງເປັນທາງການ,ໂດຍການເປັນປະທານຂອງ ສະຫາຍ ບຸນມາ ໄຊຍະກູລາງຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງເຊໂປນ, ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍນາງ. ເພັດສະໝອນ ພິລາວັນ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ, ມີບັນດາຫົວໜ້າຫ້ອງການ, ຄະນະປະຈໍາຊາວໝຸ່ມ, ກໍາມະການຊາວ ໝຸ່ມເມືອງ, ເລຂາຄະນະຮາກຖານ, ໜ່ວຍຊາວໝຸ່ມອ້ອມຂ້າງເມືອງຕະຫຼອດຮອດສະມາຊິກຊາວໝຸ່ມ ເຂົ້າຮ່ວມ 58 ສະຫາຍ, ຍິງ 25 ສະຫາຍ
ໃນພິທີ ສະຫາຍ ໜູເພັດ ບຸນພະຮັກສາ ຮອງເລຂາຄະນະບໍລິຫານງານຊາວໝຸ່ມເມືອງ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໝຸ່ມ-ເຍົາວະຊົນ ປະຈຳປີ 201 7ພ້ອມທິດທາງແຜນການປີ 2018 ເຊິ່ງກໍ່ໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຊາວໝຸ່ມ, ໄວໝຸ່ມ-ເຍົາວະຊົນ, ອະນຸຊົນແຕ່ລະຂັ້ນໃຫ້ມີການເຄື່ອນໄຫວຕາມພາລະບົດບາດຂອງຕົນ, ຕັ້ງໜ້າສຶກສາອົບຮົມຄົນລຸ້ນໝຸ່ມ-ເຍົາວະຊົນໃຫ້ກາຍເປັນພົນລະເມືອງທີ່ດີມີນໍ້າໃຈຮັກຊາດ, ເປັນຜູ້ສືບທອດພາລະກິດປະຕິວັດອັນມີກຽດສະຫງ່າຂອງພັກ ແລະ ທິດທາງແຜນ ການເຄື່ອນໄຫວຕັ້ງໜ້າສຶກສາອົບຮົມຄົນລຸ້ນໃໝ່, ເຍົາວະຊົນໃຫ້ກາຍເປັນພົນລະເມືອງທີ່ດີ ແລະ ເປັນຜູ້ສືບທອດພາລະກິດປະຕິວັດ ຂອງພັກ, ຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໝຸ່ມ ແລະ 3ດີ 4ຮູ້ 6ຮັກ 3ຊັງ ຂອງເຍົາວະຊົນທັນວາ,ສືບຕໍ່ສ້າງຂະບວນການຊາວໝຸ່ມປະຊາຊົນປະຕິວັດລາວ 4ບຸກ, ຂະບວນການເຍົາວະຊົນທັນວາແບບຢ່າງ 3ດີ 4ຮູ້ ໃນທົ່ວເມືອງ, ສູ້ຊົນປະເມີນຮັບຮອງໜ່ວຍ, ຮາກຖານຊາວໝຸ່ມປະຊາຊົນປະຕິວັດລາວ ຕົວແບບ 4ບຸກ ແລະ ເຍົາວະຊົນທັນວາແບບຢ່າງ 3ດີ 4ຮູ້ ສະໄໝທີ 2 ໃຫ້ໄດ້ມາດຕະຖານ85% ຂື້ນໄປ ແລະ ວຽກງານອື່ນໆ
ຈາກນັ້ນກໍ່ໄດ້ຜ່ານມະຕິຕົກລົງປະກາດການຈັດຕັ້ງ02ໜ່ວຍ, ມອບໃບຢັ້ງຢືນກອງເຍົາວະຊົນແບບຢ່າງ 3ດີ 4ຮູ້ ໃຫ້ປະຖົມອຸດົມສຸກ, ໃບຢັ້ງຢືນໜ່ວຍຊາວໝຸ່ມຕົວແບບ 4ບຸກ 1ຮາກຖານ 2 ໜ່ວຍໂດຍເປັນກຽດມອບສະຫາຍ ບຸນມາ ໄຊຍະກູລາງ, ຕາງໜ້າຮາກຖານ, ໜ່ວຍ, ໂຮງຮຽນຂື້ນຮັບຊ້ອງໜ້າແຂກເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ. ສຸດທ້າຍ ສະຫາຍ ບຸນມາ ໄຊຍະກູລາງ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ໃຫ້ທິດເຍືອງທາງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ໃນໜ້າທີ່ວຽກງານຂອງຕົນເອງທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມແລະ ກໍ່ໄດ້ເປັນເອກະພາບໃນບົດສະຫຼຸບດັ່ງກ່າວເຊິ່ງຍົກໃຫ້ເຫັນບົດບາດແລະພາລະໜ້າທີ່ໃນໄລຍະ ໃໝ່ ແລະ ຮຽກຮ້ອງໃຫ້ຕ້ານການປະກົດການຫຍໍ້ທໍ້ຂອງຊາວໝຸ່ມໃນສັງຄົມ, ຮຽກຮ້ອງໃຫ້ຊາວໝຸ່ມພ້ອມກັນຈັດຕັ້ງປະຕິບດສູ້ຊົນໃນວຽກງານຊາວໝຸ່ມໃນຄັ້ງຕໍ່ໄປ ແລະ ຊີ້ນຳໆພາວຽກງານອົງການຈັດຕັ້ງເວົ້າລວມເວົ້າສະເພາະ ວຽກງານຊາວໝຸ່ມເຍົາວະຊົນໃຫ້ກ້າວໜ້າຂື້ນໄປເລື່ອຍໆ.
ທີມຂ່າວເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ