ວັນທີ 20 ກຸມພາ 2018 ຄະນະຫ້ອງການໂຍທທິການ ແລະ ຂົນສົ່ງເມືອງຄຳ ແຂວງຊຽງຂວງ ໄດ້ຈັດພິທີເຜີຍແຜ່ກົດໝາຍທາງຫຼວງ ເຝິກອົບຮົມວຽກງານ ( VMC ) ຂັ້ນບ້ານ, ວຽກງານບູລະນະຮັກ ສາເສັ້ນທາງຊົນນະບົດ ດ້ວຍແຮງງນຄົນຂື້ນ ທີ່ກຸ່ມບຸນຖີ່ນເມືອງຄຳ ແຂວງຊຽງຂວາງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວອຸດອນ ທຳມະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີພະນັກງານລັດຖະກອນຫ້ອງການດັ່ງກ່າວ, ມີຄະນະພັກອໍານາດການປົກຄອງຂະແໜງການຕ່າງໆຂັ້ນບ້ານ 10 ບ້ານພ້ອມດ້ວຍຄະນະອຳນວຍການ 7 ໂຮງຮຽນເຂົ້າຮ່ວມທັງໝົດ 37 ຄົນ
ຈາກນັ້ນ ທ່ານ ຄຳຜອງ ມິດສະຫວາດ ຫົວໜ້າໜ່ວຍງານໂຍທາ ກໍ່ໄດ້ຂື້ນເຜີຍແຜ່ກົດໝາຍວ່າ ດ້ວາຍທາງຫຼວງ ( ສະບັບປັບປຸງ ) ໃຫ້ຮູ້ວ່າ: ກົດໝາຍດັ່ງກ່າວປະກອບມີ 13 ພາກ, ມີ 14 ໝວດ ແລະ ມີ 99 ມາດຕາ, ພ້ອມນັ້ນກໍ່ຍັງໄດ້ຜ່ານເອກະສານເຕັກນິກບູລະນະຮັກສາເສັ້ນທາງໃຫ້ຮູ້ອີກຕື່ມວ່າ: ອີງຕາມສະພາບອາກາດໃນປັດຈຸບັນມີການປ່ຽນແປງ ແລະ ມີເຫດການທີຮ້າຍແຮງເກີດຂື້ນຈີ່ງເຮັດໃຫ້ມີ ຄວາມອ່ອນໄຫວສູງຕໍ່ຜົນກະທົບຈາກສະພາບອາກາດຢ່າງໜາແໜ້ນເຊິ່ງເປັນການກະທົບຕໍ່ການພັດທະນາຊົນນະບົດ ແລະ ຄວາມປອດໄພຂອງພາກພື້ນທີ່ເກີດຈາກສະພາບອາກາດຕົວຈິ່ງ ເຊັ່ນ: ພະຍຸ, ປະລິມານນ້ຳຝົນ ມີການປ່ຽນແປງ, ລະດັບນ້ຳທະເລສູງຂື້ນ ແລະ ອຸນຫະພູມເພີ່ມຂື້ນ ເຮັດໃຫ້ມີການເສຍຫາຍຈາກນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ພະຍຸທຳລາຍສີ່ງກໍ່ສ້າງຕ່າງໆບົ້ນພື້ນຖານໂຄງລ່າງກະຈາຍຄວາມຮ້ອນ ເກິດມີການແຕກແຫງ ໂດຍສະເພາະແມ່ນຜົນກະທົບຕໍ່ທາງຫຼວງ ການວາງແຜນການອອກແບບ, ການກໍ່ສ້າງ, ການຄຸ້ມຄອງ ແລະ ບູລະນະເສັ້ນທາງ ສະນັ້ນ ຈິ່ງກຳນົດໃຫ້ສຽງທີ່ສຳຄັນສຳລັບຜູ້ຮັບຜິດຊອບເສັ້ນທາງຕ້ອງ ພິຈາລະນາຮັບຮອງເອົາຫຼັກການໃນການຮັບມືຈາກຜົນກະທົບ ເປັນຕົ້ນແມ່ນການສ້າງຕັ້ງລະບົບ ບູລະນະຮັກສາທາງໂດຍການປະກອບສ່ວນສົມທົບຂອງຊາວບ້ານ ເຊັ່ນ: ສ້າງກົນໄກຊີ້ນຳນຳພາ, ສ້າງຂີດຄວາມສາ ມາດໃຫ້ໜ່ວຍງານຄຸ້ມຄອງ, ວາງແຜນໃນການຈັດຕັ້ງປະຕິບັດການກຳນົດໜ້າທີຂອງພາກສ່ວນຕ່າງໆທີ່ ກ່ຽວຂ້ອງ ແລະ ລະບົບຕິດຕາມຊຸກຍູ້ການບູລະນະຮັັກສາເສັ້ນທາງ ແລະ ລະບົບການລາຍງານຈັດຕັ້ງ ປະຕິບັດ. ຫຼັງຈາກນັ້ນ, ກໍ່ຍັງໄດ້ມີການຄົ້ນຄ້ວາແຕ່ງຕັ້ງໜ່ວຍງານ VMC ຂັ້ນບ້ານ ຈຳນວນ 8 ທ່ານ ໂດຍ ເປັນກຽດຂື້ນມອບຂໍ້ຕົກລົງຂອງ ທ່ານ ແກ້ວອຸດອນ ທຳມະວົງ ຫົວໜ້າຫ້ອງໂຍທາທິການ ແລະ ຂົນສົ່ງເມືອງຄໍາ.
ໃນພິທີດັ່ງກ່າວ ທ່ານ ແກ້ວອຸດອນ ທຳມະວົງ ຫົວໜ້າຫ້ອງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ຂື້ນໂອ້ ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຕໍ່ການເຜີຍແຜ່ກົດໝາຍວ່າດ້ວຍທາງຫຼວງ ແລະ ເຕັກນິກການຮັກສາບູລະນະເສັ້ນທາງພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກ, ຂະແໜງການຕ່າງໆຂອງບ້ານຈົ່ງພ້ອມກັນເອົາເນື້ອໃນຈິດໃຈ ດັ່ງກ່າວລົງໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດພ້ອມກັນພັດທະນາພື້ນຖານໂຄງລ່າງ ໃຫ້ມີການຂະຫຍາຍຕົວຂື້ນເປັນກ້າວໆ.
ທີມຂ່າວເມືອງຄໍາ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ