ເພື່ອເປັນການສະຫຼຸບ ຕີລາຄາຄືນຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຮອບດ້ານຂອງກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງວັງວຽງ ໃນ 1 ປີຜ່ານມາ ໃນ ວັນທີ 20 ກຸມພາ 2018 ຜ່ານມານີ້ ຢູ່ທີ່ສະໂມສອນຂອງກອງບັນຊາການ ປກສ ເມືອງວັງວຽງ. ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2017 ແລະວາງທິດທາງແຜນການ 2018 . ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີທ່ານ ພັນໂທ ຈະເລີນ ເລີດມຸງຄຸນ ຮອງເລຂາພັກ, ຮອງກອງບັນຊາການ ປກສ ແຂວງວຽງຈັນ, ມີ ທ່ານ ພັນໂທ ດວງໃຈ ມະນີວັນ ຄະນະປະຈໍາພັກເມືອງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ, ມີບັນດາທ່ານຫົວໜ້າຄະນະພະແນກ, ຫົວໜ້າ,ຄະນະກຸ່ມບ້ານ, ໜ່ວຍງານກ່ຽວຂ້ອງຢູ່ພາຍໃນເມືອງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທີ່ຢູ່ພາຍໃນກອງບັນຊາການ ປກສ ເມືອງເຂົ້າຮ່ວມ.
ທ່ານ ພັນໂທ ບົວທອງ ແກ້ວຄໍາອິນ ຄະນະພັກຮາກຖານກອງບັນຊາການ, ຮອງຫົວໜ້າ ປກສ ເມືອງວັງວຽງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງກອງບັນຊາການ ປກສ ເມືອງ ໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ວາງທິດທາງແຜນການໃນຕໍ່ໜ້າໂດຍໃນໄລຍະທີ່ຜ່ານມາ. ບັນຫາຕົ້ນຕໍ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນຫຼັກໃນການສຶກສາອົບຮົມກຳລັງປ້ອງກັນຄວາມສະຫງົບ ໃນກົມກອງໄດ້ຖືສໍາຄັນວຽກງານປ້ອງກັນຄວາມສະຫງົບ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເພື່ອໃຫ້ສັງຄົມມີຄວາມສະຫງົບ ເຊິ່ງໃນໄລຍະ 1 ປີຜ່ານມາ, ມີນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ທັງໝົດມີ 104.655 ຄົນ, ຍິງ 45.665 ຄົນ.ທຽບໃສ່ປີ 2016 ແມ່ນຫຼຸດລົງ 32.026 ເທົ່າກັບ 51 %. ຄະດີເກີດຂຶ້ນກັບຕ່າງປະເທດມີທັງໝົດ 18 ເລື່ອງ, ມີ 76 ລາຍ, ມີ 111 ຄົນ. ຄະດີອາຍາ ມີ 19 ເລື່ອງ, ມີ 48 ລາຍ, ຜູ້ຖືກຫາທັງໝົດ ມີ 71 ຄົນ. ມ້າງໄດ້ຄະດີຢາເສບຕິດທັງໝົດ 18 ລາຍ, ກັກຜູ້ຖືກຫາ 25 ຄົນ. ຂອງກາງຢາບ້າ 5,155 ມິດ. ມີອຸບັດຕິເຫດເກີດຂຶ້ນທັງໝົດ 74 ລາຍ, ມີ 10 ກໍລະນີ, ພາຫະນະເປເພທັງໝົດ 108 ຄັນ. ບາດເຈັບທັງໝົດ 91 ຄົນ. ເສຍຊີວິດ 13 ຄົນ, ຍິງ 01 ຄົນ. ອັດຄີໄຟເກີດຂື້ນ 02 ຄັ້ງ ຜົນເສຍຫາຍເຮືອນ 02 ຫຼັງ ມູນຄ່າເສຍຫາຍ 200 ກວ່າລ້ານກີບ. ເກັບສະພາບການເຄື່ອນຍ້າຍເຂົ້າ-ອອກ ການພັກເຊົາຊົ່ວຄາວ ຂອງພົນລະເມືອງ ຂຶ້ນບັນຊີເປົ່າທີ່ມີການເຄື່ອນໄຫວທົ່ວເມືອງມີ 12.305 ຄອບຄົວ, ຂຶ້ນສຳມະໂນຄົວແລ້ວ 11.997 ຄອບຄົວ. ປ່ຽນປື້ມສຳມະໂນຄົວໃໝ່ມີ 919 ຫົວ, ປະກາດຮັບຮອງຄອບຄົວບ້ານປ້ອງກັນຄວາມສະຫງົບດີໄດ້ ຈຳນວນ 09 ບ້ານ, 1.986 ຄອບຄົວ. ສ່ວນທິດທາງແຜນການແມ່ນຈະໄດ້ສຶບຕໍ່ຢຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິງກວ້າງຂວາງແລະຕິດພັນກັບການພັດທະນາເສດຖະກິດສັງຄົມ. ນອກຈາກນີ້ ກຳລັງປ້ອງກັນຄວາມສະຫງົບຢູ່ເມືອງວັງວຽງ ແມ່ນເຮັດສຳເລັດວຽກງານຫຼາຍດ້ານໃນປີຜ່ານມາ ແລະ ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ.
ຕອນທ້າຍກອງປະຊຸມ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ຮຽກຮ້ອງໃຫ້ບັນດານາຍຕໍາຫຼວດໃນທົ່ວກຳລັງ ປກສ ເມືອງວັງວຽງ ຈົ່ງພ້ອມກັນມີສະຕິສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ພ້ອມກັນເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເຮັດໃຫ້ສັງຄົມດໍາລົງຊີວິດດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ