ປະຫລັກຕື້ ຫລື ການສະແດງປະຫລັກຕື້ ແມ່ນເປັນອີກສິລະປະການສະແດງ ທີ່ເກົ່າແກ່ ແລະ ຊົງຄຸນຄ່າ ທາງດ້ານວັດທະນະທໍາ ຂອງລາວ, ປະຈຸບັນເກືອບຫາເບີ່ງ-ຫາຊົມໄດ້ຍາກ ການສະແດງດັ່ງກ່າວ ເປັນການສະແດງພື້ນບ້ານ ທີ່ເກົ່າແກ່ ປະຈຸບັນ ຢູ່ທາງພາກໄຕ້ ຂອງລາວ ຍັງມີການອະນຸລັກຮັກສາໄວ້ ເພື່ອເປັນມໍລະດົກສຶບທອດ ໄວ້ໃຫ້ລຸ້ນລູກຫລານ ໄດ້ເຫັນວ່າ ຍັງມີການສະແດງແບບນີ້ຢູ່. ສໍາລັບການສະແດງປະຫລັກຕື້ ແມ່ນເປັນການສະແດງທີ່ໃຊ້ຕົວຫນັງຂະຫນາດ ມາເປັນຕົວລະຄອນ ໂດຍໃຊ້ຄົນເປັນຜູ້ເຊີດຕົວລະຄອນຕ່າງໆ ເພື່ອໃຫ້ເກີດມີຊີວິດ-ຊີວາ ຜ່ານເງົາແສງ ລົງສູ່ຫນ້າຈໍຜ້າສີຂາວ ໂດຍການໃຊ້ສຽງພາກ ຕົວລະຄອນແຕ່ລະຕົວ ດ້ວຍບົດກອນລໍາ ຫລື ຄໍາຜະຫຍາ ທີ່ສອດຄ່ອງ ດ້ວຍປະໂຫຍກ ແລະ ຄໍາສັບ ທີ່ຟັງແລ້ວ ຈັບອົກຈັບໃຈ ແລະ ເຂົ້າໃຈເນື້ອເລື່ອງເປັນຢ່າງດີ. ພ້ອມທັງປະສານສຽງກັບດົນຕຣີ ພື້ນເມືອງລາວ ກາຍເປັນການສະແດງ ທີ່ມີທັງພາບ ແລະ ສຽງ ທີ່ສົມບູນແບບ. ເມື່ອເວົ້າເຖິງການສະແດງ ປະຫລັກຕື້ ໃນສະໄຫມອາດິດ ປະກົດໃຫ້ເຫັນຫລາຍທີ່ສຸດ ແມ່ນຢູ່ທາງພາກໃຕ້ ຂອງລາວ ຖັດມາແມ່ນຢູ່ພາກກາງ ແຕ່ ມາໃນປະຈຸບັນ ເກືອບສູນຫາຍໄປຫມົດແລ້ວ ເພາະເຫັນວ່າ ໂລກມີການພັດທະນາ ໄປຢ່າງໄວວາ ຜູ້ເບີ່ງ-ຜູ້ຊົມ ກໍ່ຫັນປ່ຽນໄປຕາມກະແສ ແລະ ການພັດທະນາຂອງສັງຄົມຍຸກໃຫມ່. ແຕ່ກໍ່ຍັງມີຄວາມພາກພູມໃຈ ທີ່ທາງສະມາຄົມປະຫລັກຕື້ ແຂວງຈໍາປາສັກ ຍັງສຶບຕໍ່ປົກປັກຮັກສາ ແລະ ອະນຸລັກ ໄວ້ ມາໃຫ້ເຫັນ ຈົນເຖິງປະຈຸບັນ, ພ້ອມກັນນັນ ຍັງເຫັນໄດ້ເຖິງຄວາມສໍາຄັນ ທີ່ເປັນມໍລະດົກທາງວັດທະນະທໍາ ທີ່ເກົາແກ່ ທີ່ຫາເບີ່ງ-ຫາຊົມ ໄດ້ຍາກ ໃຫ້ລູກ-ຫລານ ໃນແຕ່ລະລຸ້ນຄົນ ໄດ້ເຫັນ ວ່າ ການສະແດງນີ້ ຍັງມີຢູ່ ໃນ ສປປ ລາວ, ເນື່ອງໃນໂອກາດ ງານບຸນສະແດງວຽງຈັນ 2018 ທີ່ໄດ້ຈັດຂື້ນ ທີ່ຫໍວັດທະນະທໍາ ແຫ່ງຊາດ ຄະນະສະມາຄົມ ປະຫລັກຕື້ ແຊວງຈໍາປາສັກ ມີຄວາມພາກພູມໃຈ ເປັນຢ່າງຍີ່ງ ທີ່ໄດ້ນໍາເອົາ ການສະແດງ ປະຫລັກຕື້ ມາສະແດງຮ່ວມ ໃຫ້ໄດ້ເບີ່ງໄດ້ເຫັນ ເຖິງການສະແດງແບບເກົ່າແກ່ ທີ່ຍັງສຶບຕໍ່ຕົກທອດ ມາຈົນເຖິງປະຈຸບັນ. ເຊີ່ງເຫັນວ່າ ໄດ້ຮັບຄວາມສົນໃຈ ຈາກປະຊາຊົນ ລວມທັງຜູ້ໃຫຍ່ ແລະ ເດັກນ້ອຍ, ນັກທ່ອງທ່ຽວທ່ຽວຕ່າງປະເທດ ເປັນຈໍານວນຫລວງຫລາຍ.
Editor: ກຳປານາດ ລັດຖະເຮົ້າ