ຢູ່ທີ່ ຫ້ອງວ່າການປົກຄອງເມືອງທ່າແຕງ ແຂວງເຊກອງ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອສືບຕໍ່ປັບປຸງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຂະແໜ່ງການກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ແມ່ນແນໃສ່ປັບປຸງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນບ້ານຢຶບໃໝ່ ໃນໄລຍະຜ່ານມາ ໃຫ້ສອດຄ່ອງ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກ ຢ່າງເຂັ້ມງວດ. ເຊິ່ງຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນໃສ່ບັນດາໜ້າວຽກ ໂດຍສະເພາະ ກອງປະຊຸມໄດ້ເປັນເອກະພາບກັນ ປັບປຸງລະບົບການແຕ່ງຕັ້ງຄະນະຮັບຜິດຊອບກັບພາກສ່ວນກ່ຽວຂ້ອງ, ການວາງແຜນເຄື່ອນໄຫວຢ່າງລະອຽດ-ຊັດເຈນ, ການລົງປະສານສົມທົບກັບອໍານາດການປົກຄອງ ພາຍໃນບ້ານ, ສືບຕໍ່ການອອກໃບຕາດິນຖາວອນໃຫ້ແຕ່ລະຄອບຄົວ ໂດຍເລັ່ງໃສ່ດິນທໍາການຜະລິດທີ່ລັດໄດ້ບຸກເບີກໃຫ້ແລ້ວຈໍານວນ 135 ເຮັກຕາ ໄດ້ຫັນເຂົ້າໃນການຜະລິດລະດູແລ້ງໃນປີນີ້ ໃຫ້ທ່ວງທັນກັບລະດູການ ຄົ້ນຄ້ວາການຍົກສະມັດຕະພາບການຜະລິດກະສິກໍາທີ່ສະອາດປອດສານຜິດ ຕິດພັນກັບການປຸງແຕ່ງ ຄົ້ນຄ້ວາຊອກແຫຼ່ງທຶນໃຫ້ຊາວສວນ ແລະ ກຸ່ມຜະລິດ, ທັງນີ້ ເນື່ອງຈາກເລັ່ງເຫັນດ້ານທ່າແຮງຂອງປະຊາຊົນ ບ້ານຢຶບໃໝ່ ໃນການພັດທະນາດ້ານກະສິກໍາເປັນຕົ້ນ ການປູກເຂົ້າ, ການປູກພືດຜັກຕ່າງໆ, ການລ້ຽງສັດ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຄຽງຄູ່ກັບການກໍ່ສ້າງຮາກຖານການເມືອງ ນັບແຕ່ຂັ້ນເທິງລົງສູ່ຮາກຖານບ້ານ ໃຫ້ເຂົ້າໃຈວຽກງານການເມືອງແນວຄິດຢ່າງໜັກແໜ້ນເຂັ້ມແຂງ ແລະ ຮັດກຸ່ມຂື້ນກວ່າເກົ່າ.
ທີມຂ່າວເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ