ໃນວັນທີ 20 ກຸມພາ 2018 ທີ່ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍການສະໜັບສະໜູນຈາກພາກສ່ວນທຸລະກິດ ໄດ້ຈັດພິທີຖະແຫລງຂ່າວ ການຈັດງານ ວາງສະແດງສີນຄ້າ ຜະລິດຕະພັນລາວ ຫຼື Made in laos 2018 ຂື້ນ ນໍາໂດຍທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຈາກຫຼາຍຂະແໜງການເຂົ້າຮ່ວມ.
ເພື່ອເປັນການ ພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ສົ່ງເສີມ ການຜະລິດເປັນສີນຄ້າ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ສ້າງກິດຈະກິດໃນປີທ່ອງທ່ຽວລາວ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າລາວ - ໄອເຕັກ ຈະໄດ້ງານວາງສະແດງ ຜະລິດຕະພັນລາວ ຫຼື Made in laos 2018 ຂື້ນ ໃນລະຫວ່າງວັນທີ 14 – 18 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ເພື່ອແນໃສ່ຍົກລະດັບການພະລິດ ແລະ ການຈໍາໜ່າຍ ພາຍໃນໃຫ້ນັບມື້ນັບຂະຫຍາຍຕົວ, ມີຄຸນນະພາບ ໄດ້ມາດຕາຖານ ແລະ ກ້າວສູລະດັບສາກົນ.
ພາຍໃນງານ ແມ່ນຈະມີການ ວາງສະແດງ ແລະ ຈໍາໜ່າຍສີນຄ້າເຊັ່ນ: ຫັດຖະກໍາ, ອຸດສາຫະກໍາ, ອັນຍະມະນີ, ເຟີນີເຈີ້, ຕັດຫຍີບ, ການຢາ, ທ່ອງທ່ຽວ ແລະ ກາບໍລິການ ລວມທັງສີນຄ້າໜຶ່ງເມືອງໜຶ່ງພະລິດຕະພັນ ຫຼື ໂອດ໋ອບຂອງລາວ ຫລາຍກວ່າ 250 ຫ້ອງ, ນອກນັ້ນ, ພາຍໃນງານ ຍັງຈະມີການຈັດ ກອງປະຊຸມສາມມະນາ ໃນວັນທີ 14 – 17 ມີນາ 2018 ເຊິ່ງຈະໄດ້ເຊື້ອເຊີນເອົາ ຜູ້ບັນຍາຍທີ່ມີປະສົບການ ທັງພາຍໃນ - ຕ່າງປະເທດ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມ 500 ກວ່າຄົນ, ການສໍາມະນາແມ່ນມີຫຼາຍຫົວຂໍ້ທີ່ຫນ້າສົນໃຈ ເຊັ່ນ: ການລິເລີ່ມດໍາເນີນທຸລະກິດ ໃນ ສປປລາວ, ການສ້າງຄວາເຂັ້ມແຂງໃຫ້ແກ່ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ພ້ອມທັງມີການແຂ່ງຂັນ ຊິງລາງວັນ ນະວັດຕະກໍາ ຜະລິດຕະພັນລາວ ເພື່ອໃຫ້ຄວາມຮູ້ແກ່ຜູ້ຜະລິດ ແລະ ຜູ້ຂາຍ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ