ສູນກາງແນວລາວສ້າງຊາດ, ຮ່ວມກັບ ມູນນິທິຊ່ວຍເຫຼື່ອຄົນທຸກຍາກແຫ່ງ ສປປລາວ ສາຂານະຄອນຫຼວງ, ອົງການ ໂລຕາລີ ອ໊ອດສເຕເລຍ ເວີ ຄອມມູນີທີ ເຊີວິດ ໄດ້ຮ່ວມກັນຈັດ ພິທີມອບ-ຮັບແຂນທຽມ ໃຫ້ແກ່ຜູ້ເສຍອົງຄະ (ແຂນກຸດ) ຂື້ນໃນວັນທີ 20 ກຸມພາ 2018 ທີ່ສູນຝຶກອົບຮົມ ສູນກາງແນວລາສ້າງຊາດ ໂດຍກາຍເປັນປະທານຮ່ວມຂອງ ທ່ານ ສາດສະດາຈານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ແບລີ ລ໊ອກແຮມຕັ້ນ, ທ່ານນາງ ເຊວລີ ຊໍຕັ້ນ ພ້ອມດ້ວຍຄະນະ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຜູ້ເສຍອົງຄະເຂົ້າຮ່ວມ.
ການມອບ ແຂນທຽມຄັ້ງນີ້ແມ່ນເພື່ອຊ່ວຍເຫຼື່ອ ໃຫ້ຜູ້ດ້ອຍໂອກາດ ໂດຍສະເພາະຜູ້ພິການ ແຂນກຸດ ເພື່ອເຮັດໃຫ້ພວກເຂົາໄດ້ມີຊີວິດກາເປັນຢູ່ທີ່ດີຂື້ນ ສາມາດຊ່ວຍເຫຼືອຕົນເອງໄດ້ ເຊິ່ງຢາມໃດພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວ ໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ອົງການ ໂລຕາລີ ອ໊ອດສເຕເລຍ ເວີ ຄອມມູນີທີ ເຊີວິດ ເຊິ່ງເປັນຄັ້ງທີ 2 ແລ້ວທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການດັ່ງກ່າວ. ໃນພິທີ ທ່ານ ຮອງສາດສະດາຈານ ສົມອົກ ກິ່ງສະດາ ພ້ອມດ້ວຍຄະນະ ໄດ້ມອບ ໃບຍ້ອງຍໍ, ຫລຽນກາທີ່ລະນຶກ 60 ປີ ແລະ ດອກໄມ້ໃຫ້ແກ່ ອົງການ ໂລຕາລີ ອ໊ອດສເຕເລຍ ເວີ ຄອມມູນີທີ ເຊີວິດ ພ້ອມກັນນັ້ນ ອົງການ Rotary ກໍ່ໄດ້ມີການມອບ ໃບກິດຕິມາສັກໃຫ້ແກ່ຝ່າຍລາວ, ພ້ອມທັງ ມອບແຂນທຽມໃຫ້ຜູ້ພິການ ອີກດ້ວຍ.
ນອກຈາກນີ້ ອົງການ ໂລຕາລີ ອ໊ອດສເຕເລຍ ເວີ ຄອມມູນີທີ ເຊີວິດ ເຊິ່ງນໍາພາໂດຍ ທ່ານນາງ ເຊວລີ ຊໍຕັ້ນ ພ້ອມດ້ວຍຄະນະອີກ 9 ທ່ານ, ຈາກປະເທດ ອົດສະຕາລີ ມີແຜນໃຫ້ການຊ່ວຍເຫຼືອແຂນທຽມ ຈໍານວນ 200 ອັນ ມູນຄ່າ 1 ແສນໂດລາອົດສະຕາລີ ໃຫ້ແກ່ຄົນເສຍອົງຄະຢູ່ 2 ແຂວງຄື: ແຂວງຊຽງຂວາງ ແລະ ແຂວງຫົວພັນ ໃນລະຫວ່າງວັນທີ 21 – 24 ກຸມພາ 2018 . ນອກຈາກແຂນທຽມແລ້ວ, ອົງການດັ່ງກ່າວມີແຜນມອບເງີນ 10 ໂດລາສະຫະລັດ, ໃຫ້ແກ່ຜູ້ເສຍອົງຄະທີ່ມາຮັບເອົາແຂນທຽມ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ