ໃນວັນທີ 18 ເດືອນ ກຸມພາ 2018 ນີ້. ຜ່ານມານີ້ ທ່ານ ສົມພອນ ສີອູດົມພັນ ເຈົ້າເມືອງໆນ້ຳບາກ ພ້ອມດ້ວຍຄອບຄົວ ແລະ ນັກທຸລະກິດ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ເຂົ້້າມອບເຄື້ອງ ຈໍານວນໝຶ່ງໃຫ້ແກ່ໂຮງຮຽນ ປະຖົມສຶກສາບ້ານວັງແນກ ແລະ ຄອບຄົວທຸກຍາກບ້ານວັງແນກ ໃຫ້ກຽດເຂົ້້າຮ່ວມຕ້ອນຮັບ ຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້້າເມືອງ-ເມືອງໂພນທອງ, ທ່ານ ສົມແພດ ພົມມະຈັນ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍອົງການປົກຄອງບ້ານພໍ່ແມ່ປະຊາຊົນທົ່ວບ້ານວັງແນກ. ພິທີມອບ-ຮັບໄດ້ຈັດຂື້ນຢູ່ທີ ເດີນໂຮງຮຽນປະຖົມສຶກສາ ບ້ານວັງແນກ.
ໃນພິທີ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ ໃຫ້ກຽດກ່າວຕ້ອນຮັບອັນຮັກແພງຂອບໃຈອັນສູງສົ່ງທີ່ໄດ້ຮັບເຄື້ອງຊ່ວຍເຫຼືອຄັ້ງນີ້, ຈາກນັ້ນ, ທ່ານ ສົມພອນ ສີອູດົມພັນ ເຈົ້າເມືອງໆນ້ຳບາກ ກໍ່ໄດ້ມີຄຳເຫັນໂອລົມຫຼາຍບັນຫາຕໍ່ກັບ ພໍ່ແມ່ປະຊາຊົນບ້ານວັງແນກ ກ່ອນອືນ ທ່ານໄດ້ ສະແດງຄວາມຢ້ຽມຢາມຖາມຂ່າວອັນຮັກແພງ ຮູ້ບຸນຄຸນອັນລົ້ນເຫຼືອ, ພ້ອມກັນນັ້ນ ຍັງໄດ້ເນັ່ງໜັກ ເປັນຕົ້ນການສ້າງເສດຖະກິດຄອບຄົວ, ການຮັກສາຮິດຄອງປະເພນີບັນດາເຜົ່າ, ການດໍາລົງຊີວິດການເປັນຢູ່, ການສ້າງຄອບຄົວ-ບ້ານພັດທະນາເພື່ອໃຫ້ມີການຫຼຸດພົ້ນອອກຈາກຄວາມທຸກຍາກເທືອລະກ້າວ, ໃນເມື່ອກ່ອນທ່ານເຄີຍໄດ້ດຳລົງຊີວິດເຄື່ອນໄຫວຢູ່ທີ່ບ້ານວັງແນກ ເມືອງໂພນທອງ ແຂວງຫຼວງພະບາງ, ມາຮອດປະຈຸບັນນີ້ ເຫັນໄດ້ວ່າມີການພັດທະນາແລະຂະຫຍາຍຕົວຢ່າງລຽນຕິດ ຍ້ອນຄວາມດຸໝັ້ນດຸຂອງປະຊາຊົນ ແລະ ທິດຊີນໍາຂອງພັກ-ລັດ ທີ່ມີຄວາມເປັນຫ່ວງຕໍ່ກັບປະຊາຊົນລາວ. ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ຜ້າຫົມ ໂຕໂຕ ຈໍານວນ 58 ຜືນ, ອຸປະກອນການຮຽນການສອນປືມຂຽນ ແລະ ອຸປະກອນກິລາຈໍານວນໝື່ງ ລວມມູນຄ່າປະມານ 15 ລ້ານກວ່າ ກີບ, ມອບໂດຍ ທ່ານ ສົມພອນ ສີອູດົມພັນ ແລະ ນັກທຸລະກິດ.
Editor: ກຳປານາດ ລັດຖະເຮົ້າ