ເມື່ອບໍ່ດົນມານີ້, ທ່ານນາງ ວາລີ ເວດສະພົງ ຮອງອໍານວນການ ໂຮງຫມໍ ກະເສມຣາດ ອິນເຕີເນເຊີນໍ ວຽງຈັນ ( ຜູ້ລົງທຶນຝ່າຍລາວ ) ໄດ້ກ່າວລາຍງານ ໃຫ້ນັກຊ່າວຮູ້ວ່າ: ໂຄງການກໍ່ສ້າງໂຮງຫມໍກະເສມຣາດ ອິນເຕີເນເຊີນໍ ວຽງຈັນ ປະຈຸບັນແມ່ນຢູ່ໃນຂັ້ນຕອນກະກຽມເອກະສານ ແລະ ບັນດານິຕິກໍາ ທີ່ກ່ຽວຂ້ອງ ເພື່ອອະນຸຍາດໃນການປຸກສ້າງ ໂຄງການດັ່ງກ່າວ ໃຫ້ຖືກຕາມລະບຽບກົດຫມາຍ ຢ່າງຖືກຕ້ອງ ໃນ ສປປ ລາວ, ເຊີ່ງໂຄງການດັ່ງກ່າວ ແມ່ນຈະໄດ້ແບ່ງອອກ ເປັນ 2 ໄລຍະ ແລະ ຄາດວ່າ ໄລຍະ ທໍາອິດ ຈະໄດ້ເລີ່ມລົງມືກໍ່ສ້າງ ໃນປີ 2020 ລວມມີອາຄານສູງ 7 – 12 ຊັ້ນ, ມີ 38 ຫ້ອງກວດ ແລະ 254 ຕຽງນອນ. ມີຫໍພັກຂອງຄະນະແພດ, ຮ້ານອາຫານ, ສະຖານທີ່ຈອດລົດ ບັນຈຸໄດ້ 500 ຄັນ ລວມເນື່ອທີ່ 3 ເຮັກຕາ. ໂຄງການດັ່ງກ່າວ ຕັງຢູ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.
ທ່ານນາງ ວາລີ ເວດສະພົງ ກ່າວຕື່ມວ່າ: ຖ້າໂຄງການນີ້ສໍາເລັດ ແລະ ໄດ້ເປີດໃຊ້ຢ່າງເປັນທາງການ ແມ່ນຈະກາຍເປັນໂຮງຫມໍແຫ່ງທໍາອິດ ໃນ ສປປ ລາວ ທີ່ມີການປິ່ນປົວແບບຄົບວົງຈອນ ແລະ ກາຍເປັນໂຮງຫມໍທີ່ໄດ້ມາດຕະຖານ ລະດັບອາຊຽນ ກໍ່ຄື ສາກົນ. ພ້ອມກັນນີ້ ຍັງເປັນການຊ່ວຍພັດທະນາວຽກງານສາທາລະນະສຸກ, ຊ່ວຍສ້າງພະນັກງານບຸກຄະລາກອນວົງການແພດລາວ, ສ້າງວຽກເຮັດງານທໍາ ແລະ ຍັງເປັນໂຄງການແບບຢ່າງ ໃຫ້ນັກລົງທຶນຫັນເຂົ້າມາລົງທຶນ ໃນຂົງເຂດວຽກງານສາທາລະນະສຸກ ຢູ່ ສປປ ລາວ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ