ຕໍາຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນມິດຕະພາບ 1 ເປັນຫນ່ວຍວິຊາການສະເພາະຫນື່ງ ຂອງກົງຈັກການຈັດຕັງພະແນກ ກວດຄົນເຂົ້າ-ອອກເມືອງ, ຫ້ອງສັນຕິບານ ປກສ ນະຄອນຫລວງວຽງຈັນ ເຊີ່ງໄລຍະຜ່ານມາພະນັກງານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສະເພາະ ຢ່າງເຂັ້ມງວດ ເພື່ອໃຫ້ໄດ້ຄຸນນະພາບ, ພ້ອມນັ້ນ ຍັງໄດ້ມີຄວາມພ້ອມໃຫ້ບໍລິການຄົນລາວ ແລະ ຄົນຕ່າງປະເທດ ເຂົ້າ-ອອກເມືອງ ໃນປີ 2018 ເຊີ່ງເປັນປີ ທ່ອງທ່ຽວລາວ.
ທ່ານ ພັນໂທ ບຸນເພັງ ວໍລະລາດ ຮອງຫົວຫນ້າດ່ານສາກົນ ຂົວມິດຕະພາບ 1 ທັງເປັນຫົວຫນ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ ໃຫ້ສໍາພາດ ເມື່ອກາງເດືອນ2018 ນີ້ວ່າ: ດ່ານສາກົນຂົວມິດຕະພາບ 1 ເປັນບ່ອນທີ່ຄົນລາວ ແລະ ຄົນຕ່າງປະເທດ ເຂົ້າ-ອອກ ເປັນຈໍານວນຫລວງຫລາຍ ແລະ ໃນແຕ່ລະປີວຽກງານກວດຄົນເຂົ້າ-ອອກ ເຫັນວ່າມີຄົນຕ່າງດ້າວ ແລະ ຄົນຕ່າງປະເທດ ຫລັງໄຫລເຂົ້າມາ ນັບມື້ນັບເພີ່ມຂື້ນ ສະແດງໃຫ້ເຫັນວ່າ ໃນປີ 2017 ມີຄົນແຈ້ງເຂົ້າເມືອງ ຈໍານວນ 2 ລ້ານ 4 ແສນກວ່າຄົນ, ແຈ້ງອອກ ມີຈໍານວນ 2 ລ້ານ 5 ແສນກວ່າຄົນ, ແຈ້ງລົດເຂົ້າເມືອງ ທັງໝົດ ຈໍານວນ 3 ແສນ 2 ຫມື່ນ ກວ່າຄັນ ແລະ ແຈ້ງລົດອອກເມືອງ ຈໍານວນ 3 ແສນ 4 ຫມື່ນກວ່າຄັນ. ພ້ອມກັນນັ້ນ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີທັງຂໍ້ສະດວກ ຫລາຍຢ່າງ ໂດຍສະເພາະ ການເອົາໃຈໃສ່ນໍາພາຈາກຂັ້ນເທິງຢ່າງໃກ້ຊິດຕິດແທດ, ເຮັດໃຫ້ການຈັດຕັ້ງປະຕິບັດ ມີຄຸນນະພາບ ແລະ ຮັບປະກັນດ້ານປະລິມານ ຄຽງຄູ່ກັນນັ້ນ ກໍ່ຍັງພົບຂໍ້ຍຸ້ງຍາກດ້ານການບໍລິການ ເຂົ້າ-ອອກເມືອງ ຂອງຜູ້ໂດຍສານຄົນລາວ, ຄົນຕ່າງປະເທດ ເນື່ອງຈາກວ່າຂອດບໍລິການ ມີລັກສະນະຊັກຊ້າ ແລະ ມີຫລາຍຂັ້ນຕອນ. ສະນັ້ນ ຮຽກຮ້ອງມາຍັງຜູ້ທີ່ມາຮັບໃຊ້ບໍລິການ ອອກໄປຕ່າງປະເທດ ໃຫ້ມີສະຕິລະວັງຕົວ, ໃຫ້ກຽມພ້ອມດ້ານເອກະສານ ເປັນຕົ້ນປື້ມຜ່ານແດນ, ໃບຜ່ານແດນ ແລະ ຫນັງສືຜ່ານແດນ ບໍ່ໃຫ້ກາຍ 6 ເດືອນ ກ່ອນຫມົດອາຍຸ. ສໍາລັບປີ 2018 ເປັນປີທີ່ມີຄວາມຫມາຍສໍາຄັນ ເປັນປີທ່ອງທ່ຽວລາວ ຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ແກ່ບຸກຄະລາກອນ ແລະ ວິງານວິຊາສະເພາະ, ໄດ້ເອົາໃຈໃສ່ລົງເລີກຕິດຕາມກວດກາ ໃກ້ຊິດຕິດແທດ ກັບພະນັກງານ ໂດຍຫັນເອົາວຽກງານບໍລິການ ເປັນບັນຫາສໍາຄັນ ໃຫ້ມີທັດສະນະ, ຈັນຍາບັນ ແລະ ຈັນຍາທໍາ ເພື່ອເຮັດໃຫ້ປີທ່ອງທ່ຽວລາວ ມີຄວາມຄຶກຄື້ນ ເຕັມໄປດ້ວຍນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາຢ້ຽມຢາມ ປະເທດລາວເຮົາ.
Editor: ກຳປານາດ ລັດຖະເຮົ້າ