ທ້າຍອາທິດຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງພູຄູນ ແລະ ເມືອງນ້ຳບາກ ແຂວງຫຼວງພະບາງ ເຊິ່ງມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະນຳເມືອງ ແລະ ປະຊາຊົນຂອງສອງເມືອງ ໃຫ້ການຕ້ອນຮັບ
ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງພູຄູນ ແມ່ນເພື່ອຕິດຕາມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ການກະກຽມໂຄງການປັບປຸງ-ຂະຫຍາຍເທດສະບານເມືອງພູຄູນ ເຊິ່ງເປັນເມືອງໜຶ່ງ ທີ່ເປັນເຂດທີ່ໝັ້ນຂອງການປະຕິວັດ ແລະ ເປັນເຂດຍຸດທະສາດ ທີ່ມີການຍາດແຍ່ງກັນຢ່າງດຸເດືອດ ໃນໄລຍະກຽມປົດປ່ອຍບັ້ນຮົບສາລາພູຄູນ ປີ 1971-73 ແລະ ປະກາດສ້າງຕັ້ງເປັນເມືອງພູຄູນ ໃນວັນທີ 10 ຕຸລາ 1990 ປະກອບດ້ວຍ 40 ບ້ານ, ມີພົນລະເມືອງ 25 ພັນກວ່າຄົນ 4.260 ຄອບຄົວ,
ສໍາລັບໂຄງການປັບປຸງ ແລະ ຂະຫຍາຍເທດສະບານເມືອງພູຄູນ ແມ່ນເນື່ອງຈາກວ່າ ສຳນັກເມືອງຕັ້ງຢູ່ເຂດສາມແຍກພູຄູນ ທີ່ເປັນພື້ນທີ່ສູງຊັນ, ຄັບແຄບ, ມີຫ້ວຍຮ່ອງເລິກ, ປະຊາຊົນຕັ້ງເຮືອນຢູ່ລຽບຕາມສອງຟາກຂອງທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ແລະ ທາງຫຼວງເລກ 7. ດັ່ງນັ້ນ, ຕາມການຕົກລົງຂອງກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ,ຫ້ອງວ່າການສູນກາງພັກ ຈຶ່ງໄດ້ມີແຈ້ງການເລກທີ 704 ລົງວັນທີ 21 ທັນວາ 2012 ເຫັນດີໃຫ້ຍົກຍ້າຍສຳນັກເມືອງພູຄູນ ໄປຢູ່ບ່ອນທີ່ມີເງື່ອນໄຂເໝາະສົມ ເພື່ອສ້າງເມືອງພູຄູນ ໃຫ້ກາຍເປັນເມືອງອັນດັບໜຶ່ງ ໃນບັນດາເມືອງພູດອຍໃນທົ່ວປະເທດ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຮົ່ມ, ອຸປະກອບການສຶກສາ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີ້ ພ້ອມເງິນ 50 ລ້ານກີບ ທີ່ເປັນການປຸກລະດົມຈາກພາກສ່ວນເສດຖະກິດເອກະຊົນ ໃຫ້ແກ່ອຳນາດການປົກຄອງເມືອງ ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກພາຍໃນເມືອງ.
ຕໍາຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະ ອໍານາການປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນຊາວເມືອງນ້ຳບາກ ເຊິ່ງເປັນອີກເມືອງພູດອຍໜຶ່ງຂອງແຂວງຫຼວງພະບາງ ກວມ 75% ປະກອບມີ 83 ບ້ານ, ມີພົນລະເມືອງ 68 ພັນກວ່າຄົນ 12 ພັນກວ່າຄອບຄົວ, ສ່ວນໃຫຍ່ຖືເອົາອາຊີບການປູກຝັງ ແລະ ລ້ຽງສັດ ເປັນຕົ້ນຕໍ,
ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມຈຸດທີ່ຈະກໍ່ສ້າງຂົວອູ່ ທີ່ບ້ານຟ້າ ຫາ ບ້ານໂຄ້ງ ເມືອງນ້ຳບາກ ເຊິ່ງເປັນຂົວທີ່ມີຄວາມກວ້າງປະມານ 2 ແມັດ, ຍາວ 120 ແມັດ ຄິດເປັນມູນຄ່າ 1,2 ຕື້ກວ່າກີບ ໂດຍແມ່ນທຶນຊ່ວຍເຫຼືອຈາກບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ຊຶ່ງຈະສ້າງຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານ້ອງນ້ອຍນັກຮຽນຈາກບ້ານໂຄ້ງ ເພື່ອເດີນຂ້າມນ້ຳທາງໄປໂຮງຮຽນໄດ້ສະດວກສະບາຍຂຶ້ນ ແລະ ຮອງຮັບໃຫ້ແກ່ການສັນຈອນໄປມາຂອງພໍ່ແມ່ປະຊາຊົນຂອງສອງບ້ານ ແລະ ພາຫະນະຂະໜາດນ້ອຍຈຳນວນໜຶ່ງ.
Editor: ກຳປານາດ ລັດຖະເຮົ້າ