ເມື່ອທິດຜ່ານມາ ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແຫລ່ງທ່ອງທ່ຽວ ນໍ້າກັດ ຢໍລະປາ ທີ່ເມືອງໄຊ, ແຊວງອຸດົມໄຊ ຕໍ່ກັບການຢ້ຽມຢາມຄັ້ງນີ້ ທ່ານ ປະທານປະເທດ ໄດ້ມີຄຳເຫັນທີ່ໜັກແໜ່ນເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈ ການພັດທະນາສະຖານທີ່ທ່ອງທ່ຽວ ທີ່ຕິດພັນກັບການອານຸລັກຊັບພະຍາກອນ ທຳມະຊາດແບບຍືນຍົງ,ໂດຍປູກຈິດສຳນຶກໃຫ້ປະຊາຊົນມີສ່ວນຮ່ວມຫລາຍຂື້ນ.
ນໍ້າກັດຢໍລະປາ ເປັນແຫລ່ງທ່ອງທ່ຽວ ທີ່ຮູ້ຈັກກັນດີ ທີ່ແຂວງອຸດົມໄຊ, ມີທໍາມະຊາດ ທີ່ສວຍງາມ ແລະ ຄົງຄວາມອຸດົມສົມບູນ ທາງທໍາມະຊາດ, ການມີສ່ວນຮ່ວມຂອງປະຊາຊົນ ໃນການສົ່ງເສີມການທ່ອງທ່ຽວ, ຕິດພັນກັບການດໍາລົງຊິວີດ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ເຂດດັ່ງກ່າວ. ຜ່ານມາ ແຫລ່ງທ່ອງທ່ຽວ ນໍ້າກັດຢໍລະປາ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາສໍາຜັດ ຢ້ຽມຢາມ ເປັນຈໍານວນຫລວງຫລາຍ ສ້າງສຽງ ໃຫ້ແກ່ ແຂວງອຸດົມໄຊ ກໍ່ຄື ສປປ ລາວ ເນື່ອງໃນໂອກາດປີທ່ອງທ່ຽວລາວ ຂໍເຊີນຊວນ ນັກທ່ອງທ່ຽວ ມາຢ້ຽມຢາມ ແລະ ສໍາຜັດດ້ວຍຕົວທ່ານເອງ.
Editor: ກຳປານາດ ລັດຖະເຮົ້າ