ງານລ້ຽງ ສະເຫລີມສະຫລອງ ຄົບຮອບ 29 ປີ ຮ້ານຄໍາສໍາລານ ໂພທິສານ ແລະ ຈັບສະຫລາກມອບໂຊກ ແກ່ລູກຄ້າ ໄດ້ຈັດຂື້ນທີ່ເຮືອນ ທ່ານນາງສໍາລານ ໂພທິສານ , ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ. ເຊີ່ງຈັດຂື້ນ ຢ່າງຍີ່ງໃຫຍ່ ແລະ ອາລັງການ ທ່າມກາງບັນຍາກາດ ທີ່ແສນອົບອຸ່ນ. ເຊີ່ງພາຍໃນງານ ມີບັນດາແຂກວີໄອພີ, ກິຕິມາສັກ ແລະ ບັນດາລູກຄ້າ ສໍາຄັນ ເຂົ້າຮ່ວມຢ່າງພ້ອມພຽງ. ແລະ ພິເສດ ພາຍໃນງານຄັ້ງນີ້ ຍັງໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ດຣ. ປອນເມກ ດາລາລອຍ ອາດິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ມີບັນດາແຂກ ແລະ ລູກຄ້າ ຮ້ານຄໍາສໍາລານ ເຂົ້າຮ່ວມ ຢ່າງພ້ອມພຽງ.
ງານລ້ຽງສະເຫລີມສະຫລອງ ຮ້ານຄໍາສໍາລານ ໂພທິສານ ຈັດຕິດຕໍ່ກັນມາ ເຊີ່ງປີນີ້ ແມ່ນເປັນຄັ້ງທີ 2 ທີ່ໄດ້ຈັດຂື້ນ ຢ່າງຍີງໃຫຍ່ ແລະ ເຕັມໄປດ້ວຍຄວາມອະລັງການ, ຄວາມງົດງາມ ຫນ້າຕື່ນເຕັ້ນດ້ວຍບັນດານາງແບບ-ນາຍແບບ ລະດັບແຖວຫນ້າຂອງເມືອງລາວ. ໃນພິທີທ່ານນາງ ສໍາລານ ໂພທິສານ ປະທານຮ້ານຄໍານາງສໍາລານ ໄດ້ກ່າວວ່າ: ເພື່ອເປັນການຄືນກໍາໄລແກ່ລູກຄ້າຂອງຮ້ານຄໍາສໍາລານ ແລະ ທັງເປັນການສະເຫລີມສະຫລອງ ຄົບຮອບ 29 ປີ ດັ່ງນັນ ຈີ່ງໄດ້ຈັດງານນີ້ຂື້ນມາ ເຊີ່ງປີນີ້ ເປັນປີທີ 2 ແລ້ວ, ງານດັ່ງກ່າວ ຈັດຂື້ນໃນທ່າມກາງການສະເຫລີມສະຫລອງງານບຸນປີໃຫມ່ ຈີນ ແລະ ຫວຽດນາມ ເຊີ່ງເປັນໄລຍະ ທີ່ມີຄວາມສຸກຫລາຍທີ່ສຸດ. ທ່ານນາງ ສໍາລານ ໂພທິສານ ຍັງໄດ້ກ່າວໃຫ້ຮູ້ຕືມອີກວ່າ: ຮ້ານຄໍາສໍາລານ ໂພທິສານ ແມ່ນໄດ້ສ້າງຕັ້ງຂື້ນ ໃນປີ 1988 ເປັນຕົ້ນມາ ແລະ ມາຮອດປະຈຸບັນ ແມ່ນຄົບຮອບ 29 ປີ. ຕະຫລອດໄລຍະ ຜ່ານມາ ແມ່ນໄດ້ຮັບຄວາມນິຍົມຈາກລູກຄ້າ ໃນສັງຄົມ ຢ່າງກວ້າງຂວາງ. ສະນັ້ນ ງານດັ່ງກ່າວ ຈັດຂື້ນເພື່ອເປັນການຄືນກໍາໄລໃຫ້ແກ່ລູກຄ້າ ເຊີ່ງພາຍໃນງານ ມີທັງການເດີນແບບ ແລະ ຈັບສະຫລາກ ມອບໂຊກ ແກ່ເຂົ້າຮ່ວມພາຍໃນງານ ແລະ ລູກຄ້າທາງບ້ານ ທີ່ເປັນລູກຄ້າຮ້ານຄໍາສໍາລານ ໂພທິສານ. ໃນຫລາຍລາງວັນ ຈໍານວນຄໍາ 29 ບາດ ແລະ ລາງວັນອື່ນໆ ຢ່າງຫລວງຫລາຍ.
ທ່ານນາງ ສໍາລານ ໂພທິສານ ເຈົ້າຂອງຮ້ານຄໍາສໍາລານ ຍັງໄດ້ໃຫ້ຄໍາຫມັ້ນສັນຍາວ່າ: ຈະຄົງສຶບຕໍ່ ຈັດງານເຊັ່ນນີ້ ເລື່ອຍໆໄປ ແລະ ຍິ່ງໃຫຍ່ຂື້ນໄປເລື້ອຍໆ ແລະ ຄຽງຄູ່ກັນນັ້ນ ທາງຮ້ານຄໍາ ກໍ່ຈະອອກແບບ ແລະ ພັດທະນາ ລວດລາຍ ໃຫ້ໂດດເດັ່ນ ແລະ ຫລາກຫລາຍ ເພື່ອໃຫ້ສົມກັບຄວາມໄວ້ວາງໃຈ ຈາກລູກຄ້າ ທີ່ມາສະຫນັບສະຫນູນ ມາຕະຫລອດ. ຮັກສາໄວ້ ດ້ວຍມາດຕະຖານ ຢູ່ຄູ່ກັບສັງຄົມ, ວັດທະນະທໍາ ແລະ ຮິດຄອງປະເພນີ ທີ່ເປັນມໍລະດົກທາງວັດທະນະທໍາອັນດີງາມຂອງລາວເຮົາ. ເນື້່ອງໃນໂອກາດ ສະເຫລີມສະຫລອງ ຄົບຮອບ 29 ປີ ຮ້ານຄໍາແມ່ສໍາລານ ໂພທິສານ ທ່ານ ຍັງໄດ້ອ່ວຍພອນ ແກ່ລູກຄ້າ ທຸກໆຄົນ, ລວມທັງແຂກທີ່ເຂົ້າມາຮ່ວມງານ ແລະ ໄປຍັງພິ່ນ້ອງ ຄົນຈີນ ແລະ ຫວຽດນາມ ຈົ່ງມີຄວາມສຸກ-ຄວາມລໍ່າລວຍ, ສຸກຂະພາບເຂັ້ມແຂງ ໃນປີໃຫມ່ ຈີນ ແລະ ຫວຽດນາມ. ຈະຫລອດໄປ.
ສໍາລັບງານ ດັ່ງກ່າວ ທີ່ຫນ້າຕື່ນເຕັ່ນ ຄືການເດີນແບບ ຂອງເລົ່າບັນດານາງແບບ-ນາຍແບບ ຊຸບຕາເມືອງລາວ ໂດຍການສະຫນັບສະຫນູນ ຈາກຮ້ານເສື້ອຝ້າ ຊື່ດັ່ງຂອງເມືອງລາວ ໂດຍມີການປະສົມປະສານ ກັບເຄື່ອງປະດັບ ທີ່ງົດງາມ ຈາກຮ້ານຄໍາສໍາລານ ໂພທິສານ ເຮັດໃຫ້ງານດັ່ງກ່າວ ມີຄວາມສວຍງາມ ແລະ ອອກມາຢ່າງຫນ້າປະທັບໃຈ. ແລະ ພິເສດ ພາຍໃນງານ ຍັງໄດ້ເຊີນເອົາ ມິສຢູນິເວີສ 2017 ມາຮ່ວມສະແດງເດີນແບບ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ