ອົງການກາແດງລາວ, ສູນເລືອດແຫ່ງຊາດ ຮ່ວມກັບ ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັນຈັດກິດຈະກໍາ ບໍລິຈາກເລືອດ ໃນວັນທີ 14 ກຸມພາ 2018 ຜ່ານມາ ເຊິ່ງກົງກັບວັນແຫ່ງຄວາມຮັກ ຂອງ ສາກົນ. ງານດັ່ງກ່າວແມ່ນໄດ້ຈັດຂື້ນພາຍໃຕ້ຄໍາຂວັນ ແບ່ງປັນຄວາມຮັກ ດ້ວຍການບໍລິຈາກເລືອດ ໂດຍໄດ້ມີການຈັດຂື້ນທີ່ ສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໃນໂອກາດດັ່ງກ່າວ ຄະນະນໍາຈາກ ສູນກາງແນວລາວສ້າງຊາດ ແລະ ສູນເລືອດແຫ່ງຊາດ, ອົງການກາແດງລາວ, ພ້ອມດ້ວຍ ພໍ່-ແມ່ ປະຊົນຊົນລາວ, ທະຫານ - ຕໍາຫຼວດ, ພະນັກງານລັດຖະກອນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກກະຊົນ, ພໍ່ຄ້າຊາວຂາຍ, ພະສົງ, ນັກຮຽນ - ນັກສຶກສາ ເຂົ້າຮ່ວມ ແລະ ບໍລິຈາກເລືອດ ໂດຍບໍ່ຫວັງສິ່ງຕອບແທນ ພາຍໃນງານ ເປັນຈໍານວນຫຼາຍ.
ເພື່ອເປັນການສົ່ງເສີມຄວາມຮັບຮູ້ໃນທົ່ວສັງຄົມ ເພື່ອໃຫ້ເຫັນເຖິງ ຄວາມສໍາຄັນຂອງການສະໜອງເລືອດ ແລະ ຜະລິດຕະພັນຂອງເລືອດ ໂດຍສະເພາະແມ່ນການເຂົ້າເຖິງ ການບໍລິຈາກເລືອດ ທີ່ພຽງພໍ, ປອດໄພ ແລະ ທັນເວລາ ບໍ່ວ່າຈະຢູ່ແຫ່ງຫົນໃດໃນໂລກ ແມ່ນຖືວ່າເປັນສິ່ງສໍາຄັນທີ່ສຸດ ສໍາລັບປ້ອງກັນການຕາຍຂອງຄົນເຈັບ, ເພາະຂະບວນບໍລິຈາກເລືອດ ແມ່ນໄດ້ຊ່ວຍຊີວິດຄົນເປັນຈໍານວນຫຼາຍໃນແຕ່ລະປີ. ຂະບວນການບໍລິຈາກເລືອດຢູ່ ສປປລາວ ໄດ້ຖືກຈັດຕັ້ງຜັນຂະຫຍາຍມາແຕ່ປີ 1995 ມາຮອດຮອດປະຈຸບັນ ຄົບຮອບ 22 ປີ, ວຽກງງານດັ່ງກ່າວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ມາຮອດປະຈຸບັນ, ມີສູນຮັບບໍລິຈາກເລືອດທັງໝົດ 17 ແຫ່ງ, ໜ່ວຍເກັບຮັກສາເລືອດ 22 ແຫ່ງ ແລະ ໂຮງໝໍກອງທັບ 6 ແຫ່ງ ຊຶ່ງກວມເອົາທຸກໆແຂວງ ໃນທົ່ວປະເທດ, ບັນຍາກາດພາຍໃນງານຖືວ່າມີຜູ້ທີ່ເຂົ້າຮ່ວມ ຢ່າງຫຼວງຫຼາຍ ແລະ ຍັງມີພາກສ່ວນ ທີ່ໃຫ້ການສະນັບສະໜູນທັງ ເຫື່ອແຮງ, ອາຫານ ແລະ ນໍ້າດື່ມ ຖືວ່າ ກິດຈະກໍາການບໍ່ລິຈາກເລືອດໃນຄັ້ງນີ້ ເປັນການແບ່ງປັນຄວາມຮັກຜ່ານການບໍລິຈາກເລືອດ ໄດ້ທັງຄວາມຮັກ, ໄດ້ທັງບຸນກຸສົນ ແລະ ເປັນປະໂຫຍດໃຫ້ແກ່ສ່ວນລວມ ອີກດ້ວຍ. ສໍາລັບ ທ່ານໃດທີ່ຕິດພາລະກິດ ແລະ ພາດໂອກາດ ໃນຄັ້ງນີ້ ກໍ່ຍັງສາມາດ ຮ່ວມບໍລິຈາກເລືອດໄດ້ ທີ່ ສູນຮັບບໍລິຈາກເລືອດ, ໂຮງໝໍ ແລະ ໜ່ວຍງານຮັບຜິດຊອບໄດ້.
Editor: ກຳປານາດ ລັດຖະເຮົ້າ