ທ້າຍອາທິດ ຜ່ານມາ ທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ມີການຖະແຫລງຂ່າວ ເປີດໂຕຮູບເງົາສັ້ນ ສື່ໂຄສະນາ ແລະ ຮູບແບບໃຫມ່ ປ່ອງເບຍລາວ ຂື້ນ, ໂດຍໄດ້ຮັຍກຽດເຂົ້າຮ່ວມໃນງານຖະແຫລຂ່າວ ຄັ້ງນີ້ ມີບັນດາຄະນະຜູ້ອໍານວຍການ, ຮອງອໍານວຍການ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ເມື່ອທ້າຍປີ 2017 ຜ່ານມາ ບໍລິສັດ ເບຍລາວ ແມ່ນໄດ້ມີການເປີດໂຕຮູບເງົາສັ້ນ ສື່ໂຄສະນາ ໄປແລ້ວ 1 ເລື່ອງ, ເຊີ່ງເວລາຜ່ານໄປ ບໍ່ພໍເທົ່າໃດເດືອນ ແມ່ນມີຍອດວິວເຂົ້າຊົມ ເປັນຈໍານວນຫລວງຫລາຍ ເຊີ່ງໄດ້ຮັບການຕອບຮັບ ຢ່າງດີງາມ. ສໍາລັບງານຖະແຫລງຂ່າວ ຄັ້ງນີ້ແມ່ນໄດ້ນໍາສະເຫນີຮູບເງົາສັ້ນ ສື່ໂຄສະນາ ເລື່ອງທີ່ 2 ໃນປີ 2018 ເພື່ອນໍາສະເຫນີຄວາມເປັນລາວ ແລະ ຍັງເປັນການໂຄສະນາປີທ່ອງທ່ຽວລາວ 2018 ອີກດ້ວຍ. ເຊີ່ງໃນຮູບເງົາສັ້ນ ສື້ໂຄສະນາ ໄດ້ຖ່າຍທອດເລື່ອງລາວ ຄວາມສວຍງາມຂອງປະເທດລາວ ທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ຮິດຄອງປະເພນີ-ວັດທະນະທໍາອັນດີງາມ. ນອກຈາກນັ້ນຮູບເງົາສັ້ນສື່ໂຄສະນາ ແລ້ວ ທາງບໍລິສັດ ເບຍລາວ ຍັງໄດ້ປະກອບສ່ວນອັນສໍາຄັນຫລາຍຢ່າງ ໃນການໂຄສະນາ ປີທ່ອງທ່ຽວລາວ 2018 ຜ່ານສື່ສິ່ງພີມ ຕ່າງໆ ນອກຈາກນີ້ ຍັງມີບົດເພງ: ຍັງມີໃຈ ໄດ້ປ່ອຍອອກໄປຕາມສື່ຕ່າງໆ ເຊັ່ນດຽວກັນ. ພ້ອມກັນນັ້ນ ຕາມປ້າຍບອດແບນ ຫລາຍແຫ່ງ ເບຍລາວ ຍັງໄດ້ປະກອບສ່ວນສື່ໂຄສະນາປີທ່ອງທ່ຽວລາວ 2018 ໃນຫລາຍຫົວຂໍ້ ເຊັ່ນ: ມາສໍາຜັດຄວາມງາມຊອງປະເທດລາວ ແລະ ອີກຫລາຍໆຫົວຂໍ້ ທີ່ເປັນການເຊີນຊວນນັກທ່ອງທ່ຽວ ມາທ່ຽວປະເທດລາວ ໃຫ້ຫລາຍຂື້ນ. ງານຖະແຫລງຂ່າວ ຄັ້ງນີ້ ຍັງໄດ້ນໍາສະເໜີ ຮູບແບບໃຫມ່ ກະປ໋ອງເບຍລາວ ຕ້ອນຮັບປີໃຫມ່ລາວ 2018 ໂດຍຈະໄດ້ປ່ອຍອອກສູ່ທ້ອງຕະຫລາດ ເປັນໄລຍະ ສະຫລອງປີໃຫມ່ລາວ ເທົ່ານັ້ນ. ຫລັງຈາກນັ້ນ ສິ້ນສຸດປີໃຫມ່ລາວ 2018 ຮູບໂສມໃຫມ່ປ໋ອງເບຍລາວ ກໍ່ຈະຫມົດໄປ ເຊີ່ງຮູບແບບໃຫມ່ປ໋ອງເບຍລາວ ຜະລິດອອກມາ ຕ້ອນຮັບປີໃຫມ່ລາວ ເທົ່ານັ້ນ. ການເຮັດກິດຈະກໍາ ທັງໝົດນີ້ ຂອງບໍລິສັດ ເບຍລາວ ຈໍາກັດ ເພື່ອເປັນການສະເຫລີມສະຫລອງ ຄົບຮອບ 45 ປີ ຂອງບໍລິສັດ ເບຍລາວ.
Editor: ກຳປານາດ ລັດຖະເຮົ້າ