ພິທີປະກາດຮັບຮອງນາມມະຍົດ ທັງ 3 ໂຮງຮຽນຊັ້ນມັດທະຍົມສຶກສາເມືອງຊະນະສົມບູນ ແຂວງຈຳປາສັກ ເປັນໂຮງຮຽນປອດສິ່ງເສບຕິດ 3 ສົກຮຽນຕິດຕໍ່ກັນ. ແມ່ນໄດ້ຈັດຂື້ນຢ່າງເປັນທາງການໃນກາງກຸມພາ 2018 ນີ້, ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ເມືອງຊະນະສົມບູນ, ໂດຍພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ. ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ທ່ານ ບົວທອງ ບຸນຍະສິດ ຫົວໜ້າຫ້ອງການພາຍໃນເມືອງ ຕະຫຼອດຮອດຜູ້ບໍລິການການສຶກສາ, ພະນັກງານ, ຫຼັກແຫຼ່ງວິຊາການ ແລະ ຄະນະຄູ, ອາຈານ, ນ້ອງນັກຮຽນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາຄົມ ພັນທະມາດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນສະຜ່າຍ ຕ່າງໜ້າໃຫ້ກັບຄະນະຄູ-ອາຈານທັງ 3 ໂຮງຮຽນ ເປັນກຽດຂື້ນລາຍງານ,ການເຄື່ອນໄຫວ,ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດພາຍໃນໂຮງຮຽນແຕ່ສົກປີ ( 2013 – 2016 ) ແລະ ກຳນົດທິດທາງແຜນການຕໍ່ໜ້າ, ພ້ອມນັ້ນທ່ານຍັງໃຫ້ຮູ້ເຖີງສາເຫດທີ່ເຮັດໃຫ້ໂຮງຮຽນຊັ້ນມັດທະຍົມສຶກສາ ທັງ 3 ແຫ່ງໄດ້ຮັບນາມມະຍຸດເປັນໂຮງຮຽນປອດສິ່ງເສບຕິດ 3 ສົກຮຽນຕິດຕໍ່ກັນ. ຍ້ອນຄວາມເປັນເຈົ້າການຂອງຄະນະພັກ, ອໍານາດການປົກຄອງເມືອງແຕ່ລະຂັ້ນ ບວກກັບການຮ່ວມມືຊ່ວຍເຫຼືອຈາກໜ່ວຍງານກວດກາ ຕ້ານ ແລະ ສະກັດກັ້ນຢາເສບຕິດ ພາຍໃນໂຮງຮຽນຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງຄະນະພັກອຳນາດການປົກຄອງຂັ້ນທ້ອງຖີ່ນ ຈຶ່ງເຮັດໃຫ້ບັນຫາປະກົດການຫໍ້ທໍ້ຕ່າງໆເປັນຕົ້ນແມ່ນບັນຫາຢາເສບຕິດ ທີ່ເກິດຂື້ນພາຍໃນໂຮງຮຽນໝົດໄປ. ຍ້ອນເງື່ອນໄຂຄືແນວນັ້ນຈຶ່ງເຮັດໃຫ້ໂຮງຮຽນມັດທະຍົມສົມບູນສະຜ່າຍ, ໂຮງຮຽນມັດທະຍົມສົມບູນແຊລະບໍາ ແລະ ໂຮງຮຽນມັດທະຍົມສົມບູນເມືອງຊະນະສົມບູນ ໄດ້ຮັບນາມມະຍຸດເປັນໂຮງຮຽນປອດຢາເສບຕິດ 3 ສົກຮຽນຕິດຕໍ່ກັນຄື 2013 – 2016 ຈົນເຖີງປັດຈຸບັນ.
ເພື່ອເປັນການຢັ້ງຢືນເຖີງຜົນສໍາເລັດດັ່ງກ່າວ: ທ່ານ ວຽງມອນ ສິລິພູຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ເປັນກຽດມອບໃບຍ້ອງຍໍໃຫ້ກັບບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການສ້າງໂຮງຮຽນປອດສິ່ງເສບຕິດ 3 ສົກຮຽນ ຕິດຕໍ່ກັນຈຳນວນ 12 ທ່ານ, ຕໍ່ຈາກນັ້ນ ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ພ້ອມດ້ວຍ ທ່ານ ຂາວພອນ ສີຍາທະຈັນ ຮອງເຈົ້າເມືອງຊະນະສົມບູນ ໃຫ້ກຽດມອບ - ຮັບທຸງໄຊ ແລະ ປະດັບຫຼຽນໄຊຊັ້ນ 3 ພ້ອມທັງເຂົ້າຮ່ວມພິທີເປີດປ້າຍປະກາດຮັບຮອງນາມມະຍຸດ 3 ໂຮງຮຽນຊັ້ນມັດທະຍົມສຶກສາທັງ 3 ແຫ່ງເປັນໂຮງຮຽນປອດສິ່ງເສບຕິດຢ່າງສົມກຽດ.
Editor: ກຳປານາດ ລັດຖະເຮົ້າ