ກາງເດືອນກຸມພາ 2018 ນີ້, ຫ້ອງການຍຸດຕິທໍາເມືອງຊະນະສົມບູນ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ 5 ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນ ເມືອງ.ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ, ຫົວໜ້າພະແນກຢຸດຕິທໍາແຂວງຈໍາປາສັກ. ທ່ານ ສົມບູນ ເຮືອງວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ. ທ່ານ ສຸບັນໄຕ ໄຊຍະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຊະນະສົມບູນ. ມີບັນດາທ່ານຄະນະປະຈໍາພັກເມືອງ. ກໍາມະການພັກເມືອງ ຫົວໜ້າ ແລະ ຮອງຫ້ອງການ ນັກວິທະຍາກອນ,ນັກສຳມະນາກອນ ເຂົ້າຮ່ວມ
ກອງປະຊຸມ ທ່ານ ຄີວັນ ໂພສາລິວົງ ກຳມະການເມືອງ ຫົວໜ້າຫ້ອງການຈັດຕັ້ງເມືອງ. ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ສົກປີ2018. ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄູສອນຢູ່ໂຮງຮຽນກົດໝາຍຊັ້ນຕົ້ນຊຸດທີ 5 ສະບັບເລກທີ 050/ຈມ,ຊບ. ຈາກນັ້ນຍັງໄດ້ຮັບຟັງການຜ່ານເອກະສານການກະກຽມໃນການເປີດຊຸດການຮຽນ-ການສອນ ໂດຍ ທ່ານ ສູນທະລີ ພິມພິລາໄລ ຫົວໜ້າຫ້ອງການຍຸດດຕິທຳເມືອງ. ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນລະບົບ 3 ເດືອນ, ໃຫ້ໄດ້ຮັບການຈັດຕັ້ງປະຕິວັດຢ່າງມີປະສິດທິຜົນ ໃນນັ້ນມີນັກວິທະຍາກອນ ສິດສອນກົດໝາຍແຕ່ລະວິຊາມີ 22 ທ່ານ. ຍິງ 4 ທ່ານ. ກໍານົດເປົ້າໝາຍເຂົ້າຮຽນກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ຈຳນວນ 52 ທ່ານ. ເຊິ່ງບຸກຄະລາກອນດັ່ງກ່າວ ໄດ້ເອົາມາຈາກເປົ້າໝາຍ 47 ບ້ານ. ກຳນົດເອົາບ້ານໃຫ່ຍ ບ້ານລະ 2 ຄົນ. ຕອນທ້າຍຂອງກອງປະຊຸມ ທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸດຕິທຳແຂວງຈຳປາສັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກຫລາຍບັນຫາກ່ຽວກັບວຽກງານການຄຸ້ມຄອງລັດ ໃຫ້ມີຄວາມເຂັ້ມແຂງ ເຊິ່ງເມືອງຊະນະສົມບູນໄດ້ເປີດຊຸດອົບຮົມ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ເປັນປີທຳອິດ ກໍ່ຄືວຽກງານ 3 ສ້າງຍຸດຕິທຳຮາກຖານ ໂດຍອີງໃສ່ກອງປະຊຸມໃຫ່ຍຂອງພັກ ແລະ ມະຕິ 7 ຂອງຄະນະບໍລິຫານງານພັກແຂວງ ຈຳປາສັກໄດ້ວາງອອກ ເພື່ອຂະຫຍາຍສູ່ຮາກຖານກຸ່ມ-ບ້ານ ຂົງເຂດທີ່ຕົນຮັບຜິດຊອບຢ່າງກວ້າງຂວາງ ທັງນີ້ກໍ່ເພື່ອກໍ່ສ້າງລັດໃຫ້ຫັນເຂົ້າສູ່ລະບຽບກົດໝາຍຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ບັນດານັກສຳນາກອນທຸກທ່ານ ຈົ່ງພ້ອມກັນກະກຽມຕຽມຄວາມພ້ອມຮອບດ້ານເພື່ອ ສະຫຼະເວລາອັນມີຄຸນຄ່າ ເຂົ້າຮ່ວມຮ່ຳຮຽນກົດໝາຍທີ່ຈະໄດ້ເປີດຂື້ນໃນຕໍ່ໜ້ານີ້ໃຫ້ມີຜົນສຳເລັດສູງ.
Editor: ກຳປານາດ ລັດຖະເຮົ້າ