ພິທີປະກາດຮັບຮອງ ເອົາເມືອງເຟືອງ ເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄດ້ຈັດຂື້ນໃນກາງເດືອນ ກຸມພາ 2018 ນີ້, ທີ່ສະໂມສອນປົກຄອງເມືອງເຟືອງ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານ ສີຕານ ສຸກປັນຍາ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໆເຟືອງ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານນາງ ບົວພັນ ປະສວຍຄຳ ຮອງປະທານສະຫະພັນແມ່ຍິງ ເມືອງເຟືອງ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍິງເມືອງເຟືອງ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງແນວຄິດ ເປັນວຽກງານຕົ້ນຕໍສຳຄັນ, ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມ ຮໍ່າຮຽນນໍາຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ລວມທັງເຂົ້າຮ່ວມຮັບຟັງປາຖະກະຖາເລົ່າມູນເຊື້ອ ສຳຄັນຕ່າງໆ, ເອື້ອຍນ້ອງແມ່ຍິງບັນດາເຜົ່າໃນທົ່ວເມືອງໄດ້ເປັນເຈົ້າການ ອະນຸລັກຮັກສາ ສົ່ງເສີມມູນເຊື້ອອັນດີງາມຂອງຊາດ, ມີແບບແຜນໃນການດຳລົງຊີວິດ ທີ່ປອດໃສເປັນເອກະລັກທ້ອງຖີ່ນ, ຮັກສາຮີດຄອງປະເພນີຂອງບັນດາເຜົ່າ ແລະ ວັດທະນະທໍາອັນດີງາມຂອງຊາດ, ປົກປັກຮັກສາເຄົາລົບທຳນຽມການນຸ່ງຖືທີ່ເປັນເອກະລັກຂອງລາວເຮົາ ພ້ອມກັນນັ້ນກໍໄດ້ເສີມຂະຫຍາຍສີໄມລາຍມືອັນປານີດຂອງແມ່ຍິງລາວ.
ຜ່ານການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປັດຈຸບັນສາມາດຮັບຮອງໜ່ວຍແມ່ຍິງ 3 ດີ ໄດ້ 23 ໜ່ວຍ ໃນຈໍານວນ 26 ໜ່ວຍອ້ອມຂ້າງ ແລະ ບ້ານແມ່ຍິງ 3 ດີ ໄດ້ 39 ບ້ານ ໃນຈໍານວນ 43 ບ້ານ; ໃນນັ້ນເປັນພົນລະເມືອງດີ 5,631 ຄົນ, ພັດທະນາດີ 4,754 ຄົນ, ສ້າງຄອບຄົວດີ 4,644 ຄົນ, ສາມາດຕີລາຄາບຸກຄົນ 3 ດີ ປະເພດໜື່ງໄດ້ 4,644 ຄົນ, ບຸກຄົນ 3 ດີ ປະເພດ 2 ໄດ້ 969 ຄົນ, ສ້າງບ້ານຕົວແບບສະຫະພັນແມ່ຍິງ 3 ດີ ໄດ້ 11 ບ້ານ ແລະ ໜ່ວຍຕົວແບບ 3 ດີໄດ້ 11 ໜ່ວຍ.
ເປັນກຽດຂື້ນມອບໃບຢັ້ງຢືນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ຈັນທະບູນ ໂພສະລາດ ປະທານສະຫະພັນແມ່ຍິງແຂວງ ແລະ ໃນຕອນທ້າຍຂອງພິທີ ທ່ານ ນາງ ຈັນທະບູນ ໂພສະລາດ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍ ທ່ານ ສີຕານ ສຸກປັນຍາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆເຟືອງ ຍັງໄດ້ໃຫ້ກຽດລັ່ງຄ້ອງ 9 ບາດ ພ້ອມທັງເປີດປ້າຍເພື່ອເປັນສິຣິມຸງຄຸນໃຫ້ແກ່ເມືອງອີກດ້ວຍ.
ຂອບໃຈ ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ