ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ບັນດາຄອບຄົວ ທີ່ຍັງຂາດເຂີນໂອກາດ ດັ່ງນັ້ນໃນວັນທີ 2 ກຸມພາ 2018 ທີມງານຈາກຫ້ອງການສາທາລະນະສຸກ, ໂຮງໝໍເມືອງ ສົມທົບກັບ ຊາວໜຸ່ມເມືອງ, ຫ້ອງການແຮງງານສະຫວັດດີການ-ສັງຄົມເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ນໍາເອົາເຄື່ອງນຸ່ງຮົ່ມຈໍານວນໜຶ່ງ ໄປມອບໃຫ້ຄອບຄົວທີ່ຂາດເຂີນໂອກາດຢູ່ບ້ານນາໂທ ແລະ ບ້ານຄອນຕ່າວ ເມືອງວຽງທອງ ເປັນກຽດນໍາພາທີມງານຄັ້ງນີ້ແມ່ນທ່ານ ດຣ ເພັດ ພະລານທອງ ຄະນະຫ້ອງການສາທາລະນະສຸກເມືອງວຽງທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງ.
ເຄື່ອງທີ່ນໍາໄປມອບຄັ້ງນີ້ ປະກອບມີ: ເຄື່ອງນຸ່ງ, ໝີ່, ນ້ໍາດື່ມ ເຊິ່ງຄິດເປັນມູນຄ່າ 10 ລ້ານ ກ່ວາກີບ, ສຳລັບ, ເຄື່ອງຊ່ວຍເຫລືອດັ່ງກ່າວແມ່ນໄດ້ມາຈາກກະຊວງສາທາລະນະສຸກ, ມາຈາກພະນັກງານພາຍໃນຫ້ອງການສາທາ ແລະ ພະນັກງານໂຮງໝໍເມືອງ ແລະ ສ່ວນຫນຶ່ງແມ່ນເຄື່ອງທີ່ຊາວໜຸ່ມລະດົມມາ.
ໃນການມອບເຄື່ອງຊ່ວຍເຫລືອດັ່ງກ່າວ ແມ່ນໄດ້ມອບໃຫ້ຄອບຄົວທຸກຍາກຂາດເຂີນໂອກາດຢູ່ບ້ານນາໂທ ຈໍານວນ 21 ຄອບຄົວ ແລະ ບ້ານຄອນຕ່າວ ຈໍານວນ 14 ຄອບຄົວ. ນອກຈາກນີ້ ກໍ່ຈະໄດ້ນໍາມອບໃຫ້ຄອບຄົວທີ່ຂາດໂອກາດຢູ່ແຕ່ລະບ້ານພາຍໃນເມືອງຕື່ມອີກ.
Editor: ນັກຂ່າວເມືອງວຽງທອງ