ໃນວັນທີ 6 ກຸມພາ 2018 ນີ້ ຢູ່ທີສະໂມສອນຂອງເມືອງອາດສະພັງທອງ ແຂວງສະຫວັນະເຂດ ໄດ້ຈັດພິທີປະກາດຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງອາດສະພັງທອງຄົນໃໝ່ ໂດຍພການເຂົ້າຮ່ວມເປັນປະທານຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງ ອາດສະພັງທອງ, ມີທ່ານ ບຸນລ້ຽງ ຈັນວັນເພງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ສະຫວັນນະເຂດ, ມີຫົວໜ້າຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານ-ລັດຖະກອນພາຍໃນຫ້ອງການກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງອາດສະພັງທອງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງ ເພີ່ມເຕີມ ແລະ ອີງຕາມແຈ້ງການຂອງທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ເລກທີ 1962/ກປ.ສຂ ເລື່ອງ: ການແຕ່ງຕັ້ງຮອງຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງອາດສະພັງທອງ ເພີ່ມເຕີມ.
ດັ່ງນັ້ນ ເຈົ້າເມືອງອາດສະພັງທອງ ຈຶ່ງອອກຂໍ້ຕົກລົງອະນຸມັດແຕ່ງຕັ້ງ ທ່ານ ທະນົງສັກ ເພັງວິໄລ ເປັນຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ທ່ານ ສາຍສະໝອນ ຫຼວງກົວເສັງສົມບັດ ເປັນຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຄົນໃຫມ່.
Editor: ນັກຂ່າວເມືອງອາດສະພັງທອງ