ຕອນບ່າຍ ວັນທີ 03 ກຸມພາ 2018 ນີ້ເຈົ້າໜ້າທີ່ດ່ານສາກົນປາກຊັນ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີ ທຳລາຍສີນຄ້າຕ້ອງຫ້າມນໍາເຂົ້າຜິດກົດໝາຍ ປະເພດໂຕໄກ່, ຕີນໄກ່ ແລະ ສີ້ນສ່ວນເຄື່ອງໃນໄກ່ ທີ່ຍືດໄດ້ຈໍານວນ 310 ກິໂລກຼາມ ຢູ່ທີ່ດ່ານສາກົນປາກຊັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຕີ ພັນ ແກ້ວມະນີ ຮອງຫົວໜ້າດ່ານສາກົນປາກຊັນ, ມີທ່ານ ພອນສະຫວັນ ໄຊສົງຄາມ ຫົວໜ້າໜ່ວຍງານພາສີອາກອນປະຈໍາດ່ານ, ມີບັນດາພະນັກງານ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນຕີ ພັນ ແກ້ວມະນີ ຮອງຫົວໜ້າດ່ານສາກົນປາກຊັນ ໄດ້ໃຫ້ຮູ້ວ່າ: ຜ່ານການເອົາໃຈໃສ່ປະຕິບັດໜ້າທີ່ ໃນການກວດກາຄົນເຂົ້າ-ອອກເມືອງ ແລະ ການນໍາເຂົ້າສີນຄ້າປະເພດຕ່າງໆ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນປະຈໍາດ່ານ ຢ່າງເປັນປົກກະຕິ ມາໃນຕອນເຊົ້າ ວັນທີ 03 ກຸມພາ 2018 ນີ້ ຈື່ງສາມາດຍືດສີນຄ້າຕ້ອງຫ້າມປະເພດ ໂຕໄກ່ ຈໍານວນ 03 ເປົາ ນໍ້າໜັກ 150 ກິໂລກຼາມ, ຕີນໄກ່ ຈໍານວນ 100 ກິໂລກຼາມ, ຕີນໄກ່ປອກ ຈໍານວນ 20 ກິໂລກຼາມ, ໄຕໄກ່ ຈໍານວນ 40 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນທ້າຍລົດ TOYOTA ( RIVO ) ໝາຍເລກທະບຽນ ບໍລິຄໍາໄຊ ກມ 6122 ທີ່ໄດ້ບັນທຸກສີນຄ້າມາຈາກປະເທດເພື່ອນບ້ານ ເຊີ່ງສີນຄ້າຈໍານວນດັ່ງກ່າວ ເປັນຂອງທ້າວ ລອງ ( ຄົນສັນຊາດຫວຽດນາມ ) ອາຍຸ 35 ປີ, ອາຊີບ ຄ້າ-ຂາຍ ປະຈຸບັນຢູ່ບ້ານ ໂພສີ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ຜູ້ກ່ຽວໄດ້ກະທໍາຜິດ ຕໍ່ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ໝວດທີ 01 ມາດຕາ 46 ຫາ ມາດຕາ 50 ກ່ຽວກັບການເຄື່ອນຍ້າຍສີນຄ້າຕ້ອງຫ້າມ , ດັ່ງນັ້ນເຈົ້າໜ້າທີ່ຈື່ງໄດ້ໃຊ້ມາດຕະການປັບໃໝ ແລະ ສ້າງບົດບັນທືກ ຍືດສິນຄ້າຕ້ອງຫ້າມປະເພດໂຕໄກ່ ແລະ ສີ້ນສ່ວນໄກ່ມາທຳລາຍຖີ້ມພ້ອມນໍາຜູ້ກະທໍາຜິດມາສືກສາອົບຮົມສ້າງບົດບັນທືກໄວ້ເປັນຫຼັກຖານ ຫາກວ່າຜູ້ກ່ຽວຍັງຝ່າຝືນກະທໍາຜິດອີກກໍ່ຈະໄດ້ຍືດຊັບ ແລະ ສີນຄ້າດັ່ງກ່າວພ້ອມທັງປັບໃໝ່ 02 ເທົ່າໂຕຂອງມູນຄ່າທັງໝົດ. ສະນັ້ນທາງເຈົ້າໜ້າທີ່ພາກສ່ວນດັ່ງກ່າວຈື່ງຮຽກຮ້ອງມາຍັງ ນັກທຸລະກິດຊາວຄ້າ-ຂາຍ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຫຼັກການຢ່າງເຂັ້ມງວດ ໃນການນໍາເຂົ້າສີນຄ້າຕ້ອງຫ້າມທຸກຊະນິດ, ເພື່ອຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
Editor: ປກສ ແຂວງບໍລິຄຳໄຊ