ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ ໄດ້ລົງໄປຢ້ຽມຊົມບັນຍາກາດການຊື້-ຂາຍສິນຄ້າ ຢູ່ຕະຫລາດໂຊກທະວີ, ຊຶ່ງເປັນຕະຫລາດທີ່ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງຕັ້ງຢູ່ບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ໂດຍໄດ້ຮັບການຕ້ອນຮັບ ແລະ ຮັບຟັງການລາຍງານປະຫວັດຄວາມເປັນມາຂອງການສ້າງຕັ້ງຕະຫລາດຈາກທ່ານ ຄູນມີ ໂຊກທະວີ, ເຈົ້າຂອງຕະຫລາດໂຊກທະວີ ເຊິ່ງຕະຫລາດແຫ່ງນີ້ ແມ່ນໄດ້ຮັບອະນຸຍາດສ້າງຕັ້ງໃນປີ 2014 ແລະ ໄດ້ຈັດແບ່ງການກໍ່ສ້າງເປັນ 2 ໄລຍະ ຊຶ່ງໄລຍະທຳອິດ ແມ່ນສ້າງສຳເລັດແລ້ວ ແລະ ເປີດໃຫ້ພໍ່ຄ້າແມ່ຂາຍ ເຂົ້າມາຈັບຈອງພື້ນທີ່ເພື່ອຂາຍສິນຄ້າຂອງຕົນແລ້ວ, ພ້ອມດຽວກັນນັ້ນ ການດຳເນີນການກໍ່ສ້າງໄລຍະທີ່ສອງ ຊຶ່ງຫາກໍ່ສ້າງສຳເລັດວ່າງບໍ່ດົນມານີ້ ກໍ່ພ້ອມເປີດໃຫ້ຊາວຄ້າຂາຍເຂົ້າມາຈັບຈອງພື້ນທີ່ເພື່ອຂາຍແລ້ວ. ທັງນີ້ ກໍ່ເພື່ອແນ່ໃສ່ສ້າງໃຫ້ເປັນຕະຫລາດຊຸມຊົນຂອງບ້ານ, ເປັນບ່ອນຊື້-ຂາຍ ສິນຄ້າອຸດສາຫະກຳ, ກະສິກຳ ແລະ ຜົນຜະລິດຕ່າງໆຂອງພໍ່ແມ່ປະຊາຊົນພາຍໃນເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງ ແລະ ໃນປະຈຸບັນ ຕະຫລາດໂຊກທະວີ ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ເປັນທີ່ຮຽບຮ້ອຍແລ້ວ.
ໂອກາດດັ່ງກາ່ວທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອງຫລວງວຽງຈັນ ໄດ້ເນັ້ນ ຂະແໜງການກ່ຽວ
ຂ້ອງຂອງເມືອງ ກໍ່ຄື ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ຈົ່ງເອົາໃຈໃສ່ຕິດຕາມ ການຜະລິດ ແລະ ຈຳຫນ່າຍສິນຄ້າພາຍໃນເມືອງ ໃຫ້ມີຄວາມເປັນເອກະພາບ ກັນຕາມແຈ້ງການຂອງພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ລາຄາຊີ້ນໝູ, ລາຄາສິນຄ້າອື່ນໆ ທີ່ລັດຄວບຄຸມ ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ລົງໃກ້ຊິດກັບຜູ້ປະກອບການຕົວຈິງໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນຕະຫຼາດຈຳໜ່າຍສິນຄ້າ ຕ້ອງມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນໃນການຊື້-ຂາຍສິນຄ້າຂອງປະຊາຊົນ, ຕ້ອງມີການຕິດປ້າຍລາຄາ, ຕະຫຼາດຕ້ອງມີຊິງກາງ, ມີບັ້ງດັບເພີງ, ມີຄວາມສະອາດປອດໄຟ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ