ໃນເມື່ອບໍ່ດົນນີ້ ຢູ່ທີ່ຫ້ອງການສາທາລະນະສຸກ ເມືອງຈຳພອນ, ແຂວງ ສະຫັວນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽງງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໂດຍການເປັນປະທານຂອງທ່ານ ນາງ ເຮືອງ ເພັດຊົມພູ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຈໍາພອນ ປະທານເພື່ອແມ່ ແລະ ເດັກ, ມີທ່ານ ດຣ ພອນສະຫັວນ ອິນສີຊຽງໃໝ່ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ຄະນະກໍາມາທິການເພື່ອແມ່ ແລະ ເດັກ, ມີບັນຫົວໜ້າສຸກສາລາ 21 ເຂດໃນທົ່ວເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ດຣ ພອນສະຫັວນ ອິນສີຊຽງໃໝ່ ໄດ້ຜ່ານບົດສະຫຼຸບວຽກງານທີ່ປະຕິບັດໃນປີ 2017 ແລະ ບຸກຄະລາກອນສາທາລະນະສຸກມີ 198 ຄົນ, ຍິງ 153 ຄົນ, ການສັກຢາກັນພະຍາດບາດພະຍັກ ແລະ ຄົນຖືພາ (ອາຍຸແຕ່ 15-45 ປີ) ໄດ້ 95% ສັກຢາກັນວັນນະໂລກໃຫ້ເດັກນ້ອຍລຸ່ມ 1 ປີ ໄດ້ 97% ຢອດຢາໂປລີໂອກັນເປ້ຍຫຼ່ອຍເດັກນ້ອຍລຸ່ມ 1 ປີ ໄດ້ 97% ສັກຢາກັນໝາກແດງໃຫ້ເດັກນ້ອຍແຕ່ 9 ເດືອນ ຫາ 11 ເດືອນ, ສັກຢາກັນຄໍຕີບ, ໄອໄກ່ ບາດພະຍັກ 99% ເດັກກິນນົມແມ່ແຕ່ເກີດ ຫາ 6 ເດືອນໄດ້ 68%. ການວາງແຜນຄອບຄົວກໍລະນີໃໝ່ ແມ່ນການຄຸມກໍາເນີດໂດຍການກິນຢາຄຸມ, ສັກຢາຄຸມ, ໃສ່ຫວ່ງ, ເຮັດໝັນໃສ່ຖົງຢາງອະນາໄມ, ສະເລ່ຍເດັກເກີດໃໝ່ 1,964 ຄົນ, ການສ້າງບ້ານສາທາລະນະສຸກແບບຢ່າງໄດ້ 74 ບ້ານ ພ້ອມນັ້ນ ຍັງໄດ້ປຸກລະດົມພໍ່ແມ່ປະຊາຊົນປ້ອງກັນພະຍາດໃນລະດູການນຳອີກດ້ວຍ.
Editor: ນັກຂ່າວເມືອງຈຳພອນ