ໃນວັນທີ 5 ກຸມພາ 2018 ຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານຢູ່ເມືອງນາຊາຍທອງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ, ມີບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນເຮືອງ ແສງພົມມະຈັນ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ກໍໄດ້ຂຶ້ນລາຍງານກ່ຽວກັບວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ-ຊານເມືອງ ວ່າ: ເນື່ອງໃນໂອກາດທີ່ລາວເຮົາເປີດປີທ່ອງທ່ຽວ 2018 ທຸກຂະແໜງການຂອງລັດ ລວມເຖິງພາກເອກະຊົນ ໄດ້ມີສ່ວນຮ່ວມເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມປະເທດລາວ ນັບມື້ຫຼາຍຂຶ້ນ. ໃນນັ້ນ, ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຕົວເມືອງ ແລະ ຊານເມືອງ ຕາມເສັ້ນທາງສາຍຫຼັກກໍເປັນວຽກໜຶ່ງທີ່ປິ່ນອ້ອມ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ ໄດ້ເອົາເມືອງສີໂຄດຕະບອງເປັນເມືອງທົດລອງ ຈາກນັ້ນ, ກໍຂະຫຍາຍໄປຍັງ 8 ເມືອງ. ສ່ວນເມືອງນາຊາຍທອງ ກໍໄດ້ສຳຫຼວດເກັບກຳຂໍ້ມູນ ເທີບ, ເງີບ, ການຂາຍເຄື່ອງຊະຊາຍ ການຖົມດິນ, ຕິດຕັ້ງປ້າຍໂຄສະນາ ແລະ ອື່ນໆຕາມເສັ້ນທາງ 13 ເໜືອ ເຊິ່ງເລີ່ມແຕ່ວັນທີ 15 ມັງກອນ 2018 ເປັນຕົ້ນມາ.
ຜ່ານການຈັດຕັ້ງປະຕິບັດຜ່ານມາ ໄດ້ເລີ່ມແຕ່ບ້ານໄຊມຸງຄຸນ ຮ້ານຂາຍເຂົ້າຈີ່ບ້ານສີເກີດ, ບ້ານຜາງແຫ້ງ, ບ້ານນາຊາຍ, ບ້ານຫົວຊ້າງ, ຕະຫຼາດສົງເປືອຍ, ຕະຫຼາດນາຫງ່າ, ຕະຫຼາດບ້ານຫ້ວຍນໍ້າເຢັນ ແລະ ຈຸດວາງຂາຍມີດ-ພ້າ ຕ່າງໆ. ໃນນັ້ນ, ມ້າງປ້າຍນ້ອຍ ປ້າຍຕິດຕາມຕົ້ນໄມ, ຕິດຕາມເສົາໄຟ, ປ້າຍໂຄສະນາຂາຍດິນ ໄດ້ທັງໝົດ 84 ບ້ານ,ຍ້າຍຕັ່ງໂຕະຂາຍເຄື່ອງໄດ້ 34 ໜ່ວຍ, ຮ້ານຂາຍມີດພ້າ ໄດ້ 10 ຮ້ານ ໃຫ້ຍັບຍ້າຍເຂົ້າໄປຂາຍໃນຕະຫຼາດ, ມ້າງເທີບເງີບໄດ້ 5 ຈຸດ ທີ່ຕໍ່ເທີບກວມເຂດສະຫງວນ ເຮັດບົດບັນທຶກສຶກສາອົບຮົມ ກ່າວເຕືອນໄດ້ 75 ຮ້ານ ຕັກເຕືອນການຖົມດິນກວມຫ້ອງນໍ້າ 6 ຈຸດ. ນອກຈາກ, ຍົກຍ້າຍສິ່ງກີດຂວາງແລ້ວ ຍັງໄດ້ເຮັດປ້າຍຫ້າມຂາຍເຄື່ອງ, ຫ້າມຈອດລົດຕາມຕະຫຼາດ, ພິເສດການເກັບມ້ຽນຂີ້ເຫຍື້ອທົ່ວເມືອງນາຊາຍທອງໄດ້ມອບໃຫ້ ຄບຕ ນະຄອນຫຼວງຮັບຜິດຊອບ ແລະ ການບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ 13 ເໜືອ ດ້ວຍແຮງປະຊາຊົນ ທາງຂັ້ນເທິງກໍໄດ້ນຳໃຊ້ງົບປະມານກອງທຶນທາງຂອງກະຊວງ ຍທຂ ຕື່ມອີກ.
ທ່ານ ພອນທິບ ຍົກໄຊຍະຄໍາ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ກໍໄດ້ລາຍງານກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງ ແລະ ຕະຫຼາດ ວ່າ: ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ ແລະ ຕະຫຼາດ ພ້ອມທັງປະດັບປະດາໃຫ້ຈົບງາມ ຕ້ອນຮັບປີທ່ອງທ່ຽວ 2018 ຫ້ອງການ ອຄ ກໍໄດ້ຖືເປັນສໍາຄັນ ເພື່ອໃຫ້ສອດຄ່ອງກັບບົດລາຍງານຂອງ ພະແນກ ອຄ ນະຄອນຫຼວງ ແລະ ຈຸດພິເສດຂອງເມືອງນາຊາຍທອງ ຈຶ່ງໄດ້ແບ່ງອອກເປັນ 2 ເຂດໃຫຍ່ຄື: ເຂດລຽບຕາມແຄມທາງເລກທີ 13 ເໜືອ ແລະ ທາງຊອຍ, ຕະຫຼາດ ແລະ ບໍລິເວນໃກ້ຄຽງ
ສໍາລັບເຂດລຽບຕາມແຄມທາງເລກທີ 13 ເໜືອ ແລະ ທາງຊອຍ ຜ່ານມາໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດມາແລ້ວ ຄື: ຮ້ານຂາຍເຂົ້າຈີ່ຢູ່ບ້ານໄຊມຸງຄຸນ, ຮ້ານຂາຍມີດ ແລະ ພ້າ ຢູ່ລຽບຕາມແຄມທາງ 13 ເໜືອ ລວມທັງໝົດ 48 ຫົວໜ່ວຍ, ທັງໝົດນັ້ນ ກໍໄດ້ແນະນຳໃຫ້ຍ້າຍອອກຈາກເຂດທາງຫຼວງ ແລະ ເຂົ້າສູ່ຕະຫຼາດບ່ອນທີ່ມີອະນຸຍາດຖືກຕ້ອງ. ສ່ວນເຂດຕະຫຼາດ ແລະ ບໍລິເວນໃກ້ຄຽງ ໄດ້ແນະນຳໃຫ້ທຸລະກິດໃຫ້ຮັກສາຄວາມສະອາດ ແລະ ຄວາມສາມັກຄີໃນການຢູ່ຮ່ວມກັນກວດກາຄືນຕາມຂໍ້ຕົກລົງ 0903 ຂອງກະຊວງ ອຄ ວາງອອກ, ມີປ້າຍແນະນຳທາງເຂົ້າທາງ-ທາງອອກ, ມີປ້າຍແນະນຳທາງເຂົ້າທາງອອກ ແລະ ຫ້າມຈອດລົດຕາມແຄມທາງ. ສໍາລັບ ມາດຕະການຕໍ່ຫົວໜ່ວຍລະເມີດແມ່ນ ສຶກສາອົບຮົບກ່າວເຕືອນ, ຖອນໃບວິສາຫະກິດຊົ່ວຄາວ.
ໃນໂອກາດດຽວກັນນັ້ນ, ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ກ່າວວ່າ: ຜ່ານການຟັງການລາຍງານກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ-ຊານເມືອງ, ແຄມທາງ ແລະ ຕະຫຼາດ ມີຫຼາຍຢ່າງເຫັນວ່າຈັດຕັ້ງປະຕິບັດໄດ້ສຳເລັດ ແຕ່ຢ່າງໃດກໍຕາມ, ຕ້ອງເອົາໃຈໃສ່ແກ້ໄຂເຂັ້ມງວດຕື່ມອີກ ໂດຍສະເພາະແມ່ນ ແຄມເສັ້ນທາງເລກທີ 13 ເໜືອ ທີ່ເຫັນວ່າຍັງບໍ່ທັນເປັນລະບຽບ ເພາະເບິ່ງຕາມຕົວຈິງແລ້ວເສັ້ນທາງດັ່ງກ່າວນັ້ນ ຍັງບໍ່ທັນໄດ້ຮັບການແກ້ໄຂໄດ້ດີເທື່ອ, ຍັງມີຫຼາຍຈຸດຍັງບໍ່ທັນເປັນໄປຕາມມະຕິຂອງສະພານະຄອນຫຼວງ, ການຈັດສັນຍັງບໍ່ທັນໄດ້ດີ ເປັນຕົ້ນແມ່ນຕູບ, ເງີບ ທີ່ຕັ້ງຢັ່ງຢາຍຢູ່ແຄມທາງ ໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມເອົາອອກ ເພື່ອຄວາມເປັນລະບຽບ; ການຈັດສັນຮ້ານຄ້າ, ວັດສະດຸກໍ່ສ້າງ ທີ່ລົ້ນອອກມາແຄມທາງ ໃຫ້ປະຕິບັດຕາມກົດໝາຍທາງຫຼວງ ເພື່ອຈັດສັນໃຫ້ເປັນລະບຽບ; ສ່ວນການຖິ້ມຂີ້ເຫຍື້ອຊະຊາຍ ໂດຍສະເພາະຕາມແຄມທາງ ຕ້ອງແກ້ໄຂຢ່າງຮີບດ່ວນ ແລະ ຕ້ອງຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ແລະ ໜ້າທ່ອງທ່ຽວຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
Editor: ຕະວັນ ແສງສະຫວັນ