ໃນວັນທີ 30 ມັງກອນ 2018 ຜ່ານມາ ຢູ່ ຫ້ອງວ່າການປົກຄອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດໂຕໂຄງການ ແລະ ລາຍງານແຜນການຈັດ ຕັ້ງປະຕິບັດກິດຈະກຳ ປະຈຳປີ 2018 ຂອງໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດ ນ້ຳມ່ວນ-ນ້ຳຍ້ວງ (ເຂດຍອດນ້ຳມ່ວນ)ຂື້ນໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບູນເສັງ ປະທຳມະວົງ ຮອງເຈົ້າແຂວງ-ແຂວງ ບໍລິຄຳໄຊ ມີຮອງຫົວໜ້າກົມປ່າໄມ້, ຫົວໜ້າກົມພະແນກປ່າປ້ອກັນ, ຕ່າງໜ້າກອງທຶນປົກປັກຮັກສາສີ່ງແວດລ້ອມ ແລະ ບັນດາຫົວໜ້າພະແນກການທີ່ກ່ຽວຂອງ ຈາກສູນກາງ, ແຂວງ ແລະ ເມືອງ,ທີ່ມງານໂຄງການເຂົ້າຮ່ວມ.
ກອງປະຊຸມ ທ່ານ ບູນເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ໄດ້ໃຫ້ກຽດຂື້ນກ່າວ ຈຸດປະສົງພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ ທ່ານ ຊົມພູ ຈູມມາລາວົງ ຫົວໜ້າໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດ ນ້ຳມ່ວນ-ນ້ຳຍ້ວງ (ເຂດຍອດນ້ຳມ່ວນ)ໃຫ້ມີຄວາມຍືນຍົງ ແຂວງ ບໍລິຄຳໄຊ ໄດ້ຂື້ນລາຍງານໂຄງການເປີດໂຕແຜນການຈັດຕັງປະຕິບັດກິດ ຈະກຳປະຈຳປີ 2018 ຂອງໂຄງການດັ່ງກ່າວ ແມ່ນມີເປົ້າໝາຍ ຢູ່ໃນ 10 ບ້ານພາຍໃນເມືອງວຽງທອງ ຄື: ບ້ານທອງມີໄຊ, ນ້ຳຕ້ອງ, ຈອມທອງ, ນາເພີນ, ສີວິໄລ, ໂຮມຈະເລີນ, ວັງພຽງ, ນ້ຳກູ້, ເມືອງມ່ວນ ແລະ ບ້ານນາຍາງ ມີເນື້ອທີທັງໝົດ 97.989,65 ເຮັກຕ້າ, ກວມເອົາ 18,69 % ຂອງເນື້ອທີ່ປ່າປ້ອງກັນແຫ່ງຊາດນ້ຳມ່ວນ - ນ້ຳຍ້ວງ, ເຊີ່ງມີອົງປະກອບທັງໝົດ 3 ອົງປະກອບ ແລະ 24 ກິດຈະກຳ, ທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນ 3 ປີຕໍ່ໜ້າເພື່ອສ້າງຄວາມເຂັມແຂງໃຫ້ ກັບຊຸມຊົນເຂດປ່າປ້ອງກັນແຫ່ງຊາດຂອງໂຄງການດັ່ງກ່າວເຮັດໃຫ້ສີ່ງແວດລ້ອມ ແລະ ສັດນ້ຳ-ສັດ ປ່າມີຄວາມຍືນຍົງພ້ອມທັງຮັບປະກັນທາງດ້ານຊິວິດການເປັນຢູ່ຂອງຊຸມຊົນທີ່ອາໃສຢູ່ໃນ ແລະ ເຂດອ້ອມຂ້າງໃຫ້ດີຂື້ນ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ມີຄຳຄິດຄຳເຫັນ ຢ່າງກົງໄປກົງມາເພື່ອເຮັດໃຫ້ໂຄງການໄດ້ມີຄວາມຄືບໜ້າ ແລະຈັດຕັ້ງປະຕິບັດ ໂຄງການນີ້ໄດ້ຮັບທືນສະໜັບສະໜູນຈາກທະນາຄານໂລກ ໂດຍຜ່ານກອງທືນປົກປັກຮັກສາສີ່ງແວດລ້ອມລາວ.
Editor: ຖວທ ເມືອງວຽງທອງ