ໃນທ້າຍອາທິດຜ່ານມານີ້ ບ້ານ ໂນນສະຫວ່າງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີເລືອກຄະນະນາຍບ້ານຊຸດໃໝ່ ຂື້ນຢູ່ທີ່ສະໂມສອນເມືອງ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ຄໍາພັນ ຄູນສັກສີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງຊົນນະບູລີ, ທ່ານ ສຸວິໄລ ຫຼວງຊະລາດ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ເລຂາພັກບ້ານ, ນາຍບ້ານ, ພໍ່ແມ່ປະຊາຊົນຈໍານວນ 932 ຄົນເຂົ້າຮ່ວມ.
ໃນພິທີທ່ານ ສົມພອນ ເພັດສະພັງທອງ ຮອງນາຍບ້ານກໍ່ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ໂດຍໃຫ້ຮູ້ວ່າ: ບ້ານໂນນສະຫ່າງປະກອບມີ 31 ໝ່ວຍ, ມີ 419 ຫຼັງຄາເຮືອນ, ມີ 456 ຄອບຄົວ, ພົນລະເມືອງທັງໝົດ 2.368 ຄົນ, ຍິງ 1.215 ຄົນ, ປະຊາຊົນພາຍໃນບ້ານແມ່ນນັບຖືສາສະໜາພຸດ ແລະ ມີບາງສ່ວນເຊື່ອຖືສາສະໜາຄຣິດສະຕຽນ, ອາຊີບຕົ້ນຕໍ່ແມ່ນເຮັດນາ ແລະ ຄ້າຂາຍເປັນສຳຮອງ, ຜ່ານມາອໍານາດການປົກຄອງກໍ່ໄດ້ຊຸກຍູ້ພໍ່ແມ່ປະຊາຊົນພາຍໃນບ້ານ ອານາໄມເພື່ອຮັກສາສຸຂະພາບເປັນຕົ້ນ: ການກິນຢູ່ສະອາດພາຍໃນບ້ານ, ມີວິດຖ່າຍກວມເອົາ 95%, ນໍາໃຊ້ນໍ້າສະອາດກວມ 95%, ເດັກນ້ອຍ ແລະ ແມ່ຍິງໄດ້ຮັບການຢອດຢາ ແລະ ສັກຢາກັນພະຍາດບໍ່ຫຼຸດ 95%, ພິເສດຍັງມີກອງທືນປະກັນສຸຂະພາບຊຸມຊົນເຮັດໃຫ້ສະດວກສະບາຍໃນເວລາເຈັບເປັນ ຢູ່ພາຍໃນບ້ານມີໂຮງໝໍເປັນບ່ອນປີ່ນປົວ ແລະ ໃຊ້ບໍລິການ.
ໂອກາດນີ້ ພໍ່ແມ່ປະຊາຊົນກໍ່ໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນໃນການປ່ອນບັດເລືອກເອົາຄະນະນາຍບ້ານຊຸດໃໝ່ ຊຶ່ງງມີຜູ້ລົງຮັບສະໝັກເລືອກຕັ້ງຈໍານວນ 7 ທ່ານ, ເລືອກເອົາ 5 ທ່ານ, ຜົນຈາກການປ່ອນບັດ ປະກົດວ່າ ໄດ້ເຫັນດີເປັນເອກະພາບກັນເລືອກເອົາທ່ານ ແອສະຫວັນ ຝາງສຸທັນ ເປັນນາຍບ້ານ ແລະ ໄດ້ເລືອກເອົາ ທ່ານ ນາງ ຫວາງຄໍາ ເທບທະວົງສາ, ທ່ານ ນຸ໋ຍ ແກ້ວສະກຸນໄຊ, ທ່ານ ຈັນເພັດ ກັນຍາດີ ແລະ ທ່ານ ເພັດສະລາດ ໂພທິສານ ເປັນຮອງນາຍບ້ານນຳອີກດ້ວຍ.
Editor: ນັກຂ່າວເມືອງຊົນນະບູລີ