ຫຼວງພະບາງ ຖືວ່າເປັນເມືອງທ່ອງທ່ຽວຍອດນິຍົມຂອງປະເທດລາວ ທີ່ນັກທ່ອງທ່ຽວທົ່ວໂລກໃຫ້ຄວາມສົນໃຈມາທ່ອງທ່ຽວ ເຊິ່ງຈຸດສົນໃຈຂອງນັກທ່ອງທ່ຽວບໍ່ພຽງແຕ່ເປັນເມືອງມໍລະດົກໂລກເທົ່ານັ້ນ ແຕ່ຍັງເປັນເມືອງທີ່ຍັງຄົງຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ, ຄວາມສະອາດ ແລະ ມາດຕະຖານເມືອງທ່ອງທ່ຽວໄດ້ເປັນຢ່າງດີ ຈົນເຮັດໃຫ້ນັກທ່ອງທ່ຽວທົ່ວທຸກມູມໂລກໃຫ້ຄວາມສົນໃຈມາທ່ຽວທີ່ເມືອງຫຼວງພະບາງ.
ຫຼ້າສຸດໃນລະຫວ່າງວັນທີ 22-26 ມັງກອນ 2018 ທີ່ຈັງຫວັດ ຊຽງໃໝ່ (ປະເທດໄທ) ກໍໄດ້ຈັດງານ ASEAN TOURISM FORUM 2018 ເພື່ອມອບລາງວັນໃຫ້ກັບແຫຼ່ງທ່ອງທ່ຽວຕ່າງໆໃນອາຊຽນ ເຊິ່ງເມືອງຫຼວງພະບາງ ສາມາດຍາດມາໄດ້ ເຖິງ 4 ລາງວັນຄື:
ລາງວັນເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ເຂດຕົວເມືອງ) ແຫຼ່ງທ່ອງທ່ຽວພູສີ, ລາງວັນມາດຕະຖານໂຮງແຮມສີຂຽວອາຊຽນ, ລາງວັນມາດຕະຖານຫ້ອງປະຊຸມອາຊຽນ.
ທ່ານ ປະລິຍາເອກ. ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຜູ້ຮັບວຽກງານທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ສຳລັບ ລາງວັນທີ່ຫຼວງພະບາງໄດ້ຮັບໃນຄັ້ງນີ້ ເປັນສິ່ງທີ່ໜ້າພາກພູມໃຈຫຼາຍເພາະສາມາດຍາດມາໄດ້ເຖິງ 4 ລາງວັນ ເຊິ່ງມັນສະແດງໃຫ້ເຫັນວ່າ ຫຼວງພະບາງ ໄດ້ມີຄວາມເອົາໃຈໃສ່ໃນວຽກງານການທ່ອງທ່ຽວເປັນຫຼັກໃຫ້ສົມເປັນເມືອງມໍລະດົກໂລກ ແລະ ເປັນເມືອງທີ່ສາມາດດຶງດູດເອົານັກທ່ອງທ່ຽວທົ່ວທຸກມູມໂລກມາລວມໂຕກັນຢູ່ບ່ອນນີ້.
ສໍາລັບ ມາດຕະຖານລາງວັນທີ່ຫຼວງພະບາງໄດ້ຮັບໃນຄັ້ງນີ້ ແມ່ນທາງຜູ້ຈັດງານດັ່ງກ່າວໄດ້ວາງມາດຕະຖານໄວ້ຢ່າງດີ ເຊິ່ງແຕ່ລະຢ່າງມີຄື: ສຳລັບ ລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ແມ່ນຈະມີຕົວຊີ້ວັດ ດັ່ງນີ້:
ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກໍາຈັດສິ່ງເສດເຫຼືອ, ການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນເມືອງ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ.
ສ່ວນລາງວັນ “ການທ່ອງທ່ຽວແບບຍືນຍົງອາຊຽນ (ເຂດຕົງເມືອງ) ສະຖານທີ່ທ່ອງທ່ຽວພູສີ, ເມືອງ ແລະແຂວງຫຼວງພະບາງຕົວຊີ້ວັດແມ່ນ: ມາດຕະຖານຄວາມຍືນຍົງຂອງຫ້ອງນ້ຳສາທາລະນະ ສຳລັບ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ, ສະຖານທີ່ພັກແຮມ (ຄວາມຍືນຍົງຂອງໂຮງແຮມສີຂຽວອາຊຽນ) ສໍາລັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ເຊິ່ງມີ: ໂຮງແຮມ ສຸວັນນະພູມ ແລະ ໂຮງແຮມ ຫຼວງພະບາງວິວ, ມາດຕະຖານຄວາມຍືນຍົງຂອງການບໍລິການອາຫານ ແລະ ເຄື່ອງດື່ມ ສຳລັບ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ, ມາດຕະຖານຄວາມຍືນຍົງຂອງພະນັກງານນຳທ່ຽວ ສະເພາະ ພື້ນທີ່ການບໍລິການຂອງບໍລິສັດທ່ອງທ່ຽວ, ຕົວແທນຈຳໜ່າຍ ສຳລັບລາງວັນການທ່ອງ ທ່ຽວແບບຍືນຍົງອາຊຽນ, ມາດຕະຖານຄວາມຍືນຍົງດ້ານການມີສ່ວນຮ່ວມຂອງປະຊາຊົນ ສຳລັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.
ໃນປີ 2017 ທີ່ຜ່ານມາມີິນັກທ່ອງທ່ຽວມາຢ້ຽມຢາມເມືອງຫຼວງພະບາງ ປະມານ 7 ແສນກວ່າຄົນ, ພາຍຫຼັງທີ່ໄດ້ເປີດປີທ່ອງທ່ຽວລາວ 2018 ນີ້ຄາດວ່າຈະໃຫ້ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ 1 ລ້ານຄົນ.
Editor: ເສດຖະກິດ-ການຄ້າ