ເພື່ອເປັນການປະຕິບັດຕາມນະໂຍບາຍຂອງ ພັກ-ລັດ ທີ່ມີຕໍ່ພະນັກງານ-ນັກຮົບໃນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ກໍ່ຄືກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ທີ່ໄດ້ເສຍຊີວິດໄປແລ້ວນັ້ນ ໃຫ້ໄດ້ຮັບນະໂຍບາຍຈາກຂັ້ນເທິງຢ່າງເໝາະສົມກັບສະພາບຕົວຈິງ, ດັ່ງນັ້ນ ໃນຕອນເຊົ້າ ວັນທີ 31 ມັງກອນ 2018 ນີ້ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທີມອບເງິນອຸດໜຸນໃຫ້ແກ່ຄອບຄົວຜູ້ເສຍຊີວິດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີ ທ່ານ ພັນຕີ ນາງ ມະໄລທອງ ເມກດາລາ ຮອງຫົວໜ້າພະແນກ ນະໂຍບາຍ-ປະກັນສັງຄົມ, ພ້ອມດ້ວຍການຈັດຕັ້ງ, ພະນັກງານທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ເສຍຊີວິດເຂົ້າຮ່ວມ ຈໍານວນ 02 ຄອບຄົວ.
ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບເລກທີ່ 6655/ປກສ,ຂ ລົງວັນທີ 30 ພະຈິກ 2017 ແລະ ຂໍ້ຕົກລົງ ສະບັບເລກທີ່ 0385/ປກສ,ຂ ລົງວັນທີ 17ມັງກອນ 2018 ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໝູນໃຫ້ແກ່ພະນັກງານ-ນັກຮົບຜູ້ເສຍຊີວິດ ຈໍານວນ 02 ສະຫາຍ ລວມເປັນເງິນທັງໝົດ 74.259.220 ກີບ, (ເຈັດສິບສີ່ລ້ານສອງແສນຫ້າສິບເກົ້າພັນສອງຮ້ອຍຊາວກີບ) ເປັນກຽດມອບໂດຍ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ຕາງໜ້າຮັບໂດຍ ຄອບຄົວຂອງຜູ້ເສຍຊີວິດ.
ໃນໂອກາດດັ່ງກ່າວ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ໄດ້ກ່າວວ່າ: ການມອບເງິນອຸດໝູນເສຍຊີວິດໃຫ້ແກ່ພະນັກງານ-ນັກຮົບໃນກໍາລັງ ປກສ ແຂວງ ບໍລິຄໍາໄຊ ຄັ້ງນີ້ ແມ່ນ ເປັນການປະຕິບັດຕາມແນວທາງ-ນະໂຍບາຍຂອງພັກ-ລັດ, ຂັ້ນເທິງ ທີ່ເຫັນໄດ້ເຖິງຄຸນງາມຄວາມດີຂອງພະນັກງານ-ນັກຮົບ ຜູ້ທີ່ເສຍຊີວິດ ເຊິ່ງໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານ ພາຍໃນກົມກອງໃນໄລຍະຜ່ານມາ, ຫວັງວ່າເງິນຈໍານວນດັ່ງກ່າວນີ້ຈະຊ່ວຍແກ້ໄຂຄວາມຈໍາເປັນພາຍຄອບຄົວໄດ້.
Editor: ນັກຂ່າວ ປກສ ແຂວງບໍລິຄຳໄຊ