ໃນທ້າຍເດືອນມັງກອນ 2018 ຜ່ານມານີ້ ທີ່ສະໂມສອນ ເມືອງກາສີ ໄດ້ຈັດພິທີປະກາດຮັບຮອງເອົາສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ແລະ ເມືອງປະຕິບັດສິດສະເໝີພາບຍິງ–ຊາຍ ຂື້ນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງວຽງຈັນ, ມີທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆກາສີ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານ ນາງ ມິນທະລາ ສຸມັງຄະລະ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງກາສີ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍີງເມືອງກາສີປະກອບມີ 70 ໜ່ວຍ, ໃນນີ້ມີໜ່ວຍບ້ານ 51 ໜ່ວຍ ແລະ ມີ 19 ໜ່ວຍກົມກອງອ້ອມຂ້າງເມືອງ, ມີຄະນະສະຫະພັນແມ່ຍີງເມືອງທັງໝົດ 15 ສະຫາຍ, ທົ່ວເມືອງມີ 51 ບ້ານ, ມີສະມາຊິກສະຫະພັນແມ່ຍິງ ທັງໝົດ 5,224 ສະຫາຍ, ໃນນີ້ ເປັນພະນັກງານລັດຖະກອນ 274 ສະຫາຍ, ຢູ່ບ້ານມີ 4,805 ສະຫາຍ, ນັກຮຽນ 145 ຄົນ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວວາງອອກຄື: ພົນລະເມືອງດີ,ພັດທະນາດີ ແລະ ສ້າງຄອບຄົວດີ ທີ່ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ, ພັດທະນາ ແລະ ຕິດພັນກັບການສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ ແລະ ຂະບວນການສ້າງບ້ານແບບຢ່າງດ້ານຕ່າງໆ ແລະ ວຽກງານ 3 ສ້າງ ເຊິ່ງສາມາດຈັດຕັ້ງໄດ້ດັ່ງນີ້: ສາມາດສ້າງບ້ານສະຫະພັນແມ່ຍິງ 3 ດີໄດ້ຈໍານວນ 48 ບ້ານ ແລະ 19 ໜ່ວຍອ້ອມຂ້າງຂອງເມືອງ, ສ້າງສະມາຊິກສະຫະພັນແມ່ຍິງ 3 ດີ 4,901 ຄົນ, ໃນນີ້ ປະເພດ 1 ມີຈໍານວນ 4,701 ຄົນ, ປະເພດ 2 ມີ 180 ຄົນ, ບໍ່ໄດ້ຈັກປະເພດ 145 ຄົນ; ໃນນີ້ ໄດ້ມີບ້ານແບບຢ່າງດ້ານການປູກຝັງ-ລ້ຽງສັດ 8 ບ້ານ, ໜ່ວຍແບບຢ່າງ 3ດີ ມີ 5 ໜ່ວຍ, ມີຄອບຄົວແບບຢ່າງ 3 ດີ 5 ຄອບຄົວ, ອີງໃສ່ຕາມມາດຖານເງືອນໄຂແລ້ວເຫັນວ່າສະຫະພັນແມ່ຍິງເມືອງກາສີ ແມ່ນສາມາດປະຕິບັດໄດ້ ຕາມມາດຖານເງື່ອນໄຂທີ່ສະຫະພັນແມ່ຍິງລາວວາງອອກຄົບຖ້ວນ ດັ່ງນັ້ນ ທາງແຂວງຈື່ງໄດ້ອອກຂໍ້ຕົກລົງມອບໃບຢັ້ງຢືນໃຫ້ແກ່ເມືອງດັ່ງກ່າວເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄລຍະປີ 2015-2017.
ພ້ອມດຽວກັນນີ້ ທ່ານ ນາງ ໄພວັນ ຈັນທະມີໄຊ ຫົວໜ້າໜ່ວຍງານສົ່ງເສີມຄວາມກ້າວໜ້າແມ່ຍິງ ວຽກແມ່ ແລະ ເດັກ ເມືອງກາສີ ຍັງໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ ວຽກແມ່ ແລະ ເດັກ ເມືຶອງກາສີ ໃນໄລຍະຜ່ານມາ.
ສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນຕົ້ນຕໍ ແລະ ຖືເອົາວຽກງານການພັດທະນາແມ່ຍິງເປັນສຳຄັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງແມ່ຍິງ ແລະ ເດັກນ້ອຍທຸກໆປີ, ໄດ້ເອົາໃຈໃສ່ເປັນເຈົ້າການໃນການເຜີຍແຜ່ເຊື່ອມຊືມເອກະສານຕ່າງໆກ່ຽວກັບແມ່ຍິງ ແລະ ເດັກນ້ອຍ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແຜນຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກຂອງແມ່ຍິງ ແລະ ໄດ້ເຊື່ອມຊືມເອກະສານບົດບາດຍິງ – ຊາຍ. ເສີມສ້າງເພດຍິງໃຫ້ໄດ້ຍົກລະດັບການສຶກສາໃຫ້ເທົ່າທຽມກັບເພດຊາຍ ແລະ ເອົາໃຈໃສ່ດ້ານສຸຂະພາບໃຫ້ແກ່ແມ່ຍິງ ແລະ ເດັກ. ໄດ້ເພີ່ມແມ່ຍິງເຂົ້າໃນຕໍາ ແໜ່ງວຽກງານຕ່າງໆຂອງຄະນະພັກ ອຳນາດການປົກຄອງຂອງເມືອງ ແລະ ທຸກຂັ້ນ ໄດ້ສ້າງຄວາມເຂັ້ມແຂງໃຫ້ບັນດາອົງການຈັດຕັ້ງທີ່ປົກປ້ອງສິດທິ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ເຂົ້າຮ່ວມຝຶກອົບຮົມເຄື່ອນໄຫວນໍາບັນດາໂຄງການທີ່ມາເຄື່ອນໄຫວນໍາວຽກງານແມ່ຍິງ ແລະ ເດັກນ້ອຍ, ສ້າງຄອບຄົວ ແລະ ບ້ານເມືອງພັດທະນາ ຕິດພັນກັບ ສິດສະເໝີພາບຍິງ – ຊາຍ ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍ່ແມ່ຍິງ ແລະ ເດັກນ້ອຍ. ສາມາດປະເມີນໄດ້ທົ່ວເມືອງ ມີ 51 ບ້ານ ມີ 7603 ຄອບຄົວ ໃນນີ້ ປະເມີນໄດ້ຕາມມາດຖານ 50 ບ້ານ, ມີ 6771 ຄອບຄົວ ເທົ່າກັບ 88,55%
ດັ່ງນັ້ນ ອໍານາດການປົກຄອງເມືອງຈື່ງໄດ້ມອບໃບຢັ້ງຢືນໃຫ້ກັບໃຫ້ເປັນເມືອງປະຕິບັດສິດສະເໝີພາບຍິງ – ຊາຍ. ມອບໃບຢັ້ງຢືນໃຫ້ກັບໃຫ້ເປັນເມືອງປະຕິບັດສິດສະເໝີພາບຍິງ – ຊາຍ ໃຫ້ກຽດມອບໂດຍ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດຮັບໂດຍ ທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆກາສີ ມອບໃບຢັ້ງຢືນໃຫ້ແກ່ເມືອງດັ່ງກ່າວເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄລຍະປີ 2015-2017 ໃຫ້ກຽດມອບໂດຍ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດຮັບໂດຍ ທ່ານ ນາງ ມິນທະລາ ສຸມັງຄະລະ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງ ເມືອງກາສີ.
Editor: ນັກຂ່າວແຂວງວຽງຈັນ