ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈຳປີ 2017 ໃນກາງເດືອນມັງກອນທີ່ຜ່ານມາ ວ່າ: ໃນປີ 2017 ຄະນະພັກ-ຄະນະບັນຊາ ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍຈັດຕັ້ງຜັນຂະຫຍາຍບັນດາຄໍາສັ່ງຕ່າງໆ ແລະ ແຜນວຽກຂອງກົມໃຫຍ່ຕໍາຫຼວດ ສາມາດແກ້ໄຂເປົ້າໝາຍລາຍໃຫຍ່ໄດ້ຫຼາຍຄະດີ, ປະສານສົມທົບກັບປະເທດໃກ້ຄຽງ ແລະ ອົງການຈັດຕັ້ງສາກົນໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອສະກັດກັ້ນອາຊະຍາກໍາຂ້າມຊາດ ແລະອື່ນໆ;
ສະແດງ ອອກໃນປີ 2017 ຜ່ານມາ ທົ່ວປະເທດມີຄະດີອາຍາເກີດຂຶ້ນ ທັງໝົດ 6.206 ເລື່ອງ (ບໍ່ນັບອຸບັດຕິເຫດຕາມທ້ອງຖະໜົນ ແລະ ອັກຄີໄພ), ສາມາດມ້າງໄດ້ ທັງໝົດ 5.011 ເລື່ອງ ກັກຜູ້ຖືກຫາໄດ້ 7.157 ຄົນ ຍິງ 816 ຄົນ, ຕ່າງປະເທດ 100 ຄົນ ຍິງ 18 ຄົນ, ທຽບໃສ່ປີຜ່ານມາຄະດີເພີ່ມຂຶ້ນທັງໝົດ 467 ເລື່ອງ;
ສະເພາະຄະດີຢາເສບຕິດສາມາດດໍາເນີນ ໄດ້ 2.770 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 4.241 ຄົນ ຍິງ 526 ຄົນ ຄົນຕ່າງປະເທດ 100 ຄົນ ຍິງ 18 ຄົນ, ທຽບໃສ່ປີ ຜ່ານມາ ເພີ່ມຂຶ້ນ 262 ເລື່ອງ, ຢຶດຂອງກາງໄດ້ຫຼາຍລາຍການຄື: ຢາບ້າ 190,28 ກິໂລກຼາມ, ເຮໂຣອິນ 68,35 ກິໂລກຼາມ, ຢາໄອສ໌ 4,50 ກິໂລກຼາມ, ແປ້ງຝຸ່ນປະສົມຢາເສບຕິດ 55,79 ກິໂລກຼາມ, ຝິ່ນ 84,40 ກິໂລກຼາມ, ກັນຊາ 2.966,5 ກິໂລກຼາມ, ລົດໃຫຍ່ 48 ຄັນ, ລົດຈັກ 256 ຄັນ, ອາວຸດປືນ 43 ກະບອກ ພ້ອມລູກກະສຸນ 220 ລູກ, ໝາກແຕກ 5 ໜ່ວຍ ແລະ ເງິນຈໍານວນຫຼວງຫຼາຍ.
ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດທົ່ວປະເທດ ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໄດ້ຫຼາຍພຽງໃດກໍຕາມ, ແຕ່ບັນຫາດັ່ງກ່າວຍັງສືບຕໍ່ຂະຫຍາຍຕົວ ແລະ ແຜ່ລະບາດຢູ່ ແລະ ມີເລ່ລ່ຽມກະທໍາຜິດໃໝ່ເກີດຂຶ້ນຢ່າງຕໍ່ເນື່ອງ, ບັນຫາປະກົດການຫຍໍ້ທໍ້ທີ່ເພີ່ມຂຶ້ນແມ່ນເກີດມາຈາກຫຼາຍສາເຫດທີ່ເຈົ້າໜ້າທີ່ບໍ່ສາມາດແກ້ໄຂໄດ້ໝົດ ເປັນຕົ້ນແມ່ນ: ຍ້ອນເຈົ້າໜ້າທີ່ບໍ່ສາມາດເກັບກໍາຂ່າວ, ລາຍງານຂ່າວ, ກໍາເປົ້າໝາຍ ແລະ ຄຸ້ມຄອງເປົ້າ ໝາຍບໍ່ທັນລະອຽດ, ການສະກັດກັ້ນ ແລະ ແກ້ໄຂເປົ້າໝາຍຜູ້ກະທໍາຜິດ ເຫັນວ່າຍັງແລ່ນແຕ່ນໍາເຫດການ ແລະ ມ້າງໄດ້ໜ້ອຍ, ການສ້າງ ແລະ ຄຸ້ມຄອງນໍາໃຊ້ຕາໜ່າງປິດລັບຍັງບໍ່ທັນມີປະສິດທິຜົນສູງ, ການປະສານສົມທົບ ແລະ ສະໜອງຂໍ້ມູນລະຫວ່າງບັນດາເຫຼົ່າຮົບວິຊາສະເພາະຍັງບໍ່ທັນລວມສູນ ແລະ ເຮັດຢ່າງຕໍ່ເນື່ອງ; ນອກຈາກນີ້, ການ ແກ້ໄຂຄະດີບາງລາຍ ຍັງມີລັກສະນະຟ້າວຟັ່ງ, ບໍ່ລະອຽດຮັດກຸມ, ມີບາງຄະດີຊັກຊ້າແກ່ຍາວ, ບໍ່ຖືກຕາມກົດ ໝາຍ ແລະ ຫຼັກການວິຊາສະເພາະ.
ສະເພາະປີ 2018 ນີ້, ກະຊວງ ປກສ ຈະສືບຕໍ່ນໍາພາກໍາລັງປ້ອງກັນຄວາມສະຫງົບທົ່ວປະເທດ ປະຕິບັດວຽກງານ ສະກັ້ດກັ້ນ ແລະ ຕ້ານອາຊະຍາກໍາ ໂດຍສຸມໃສ່ແກ້ ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນກໍາລັງຢ່າງເຂັ້ມງວດ ແລະ ເດັດຂາດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາຄໍາສັ່ງຂອງຂັ້ນເທິງ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍອີງໃສ່ກໍາລັງແຮງທົ່ວປະເທດ; ນອກນີ້, ຍັງຈະເອົາໃຈໃສ່ສ້າງ, ປັບປຸງຕາໜ່າງຂ່າວໃຫ້ມີຄຸນນະພາບ ສາມາດກໍາແໜ້ນເປົ້າໝາຍຖືກຕ້ອງຊັດເຈນ, ຮັບປະກັນໄດ້ໃນການແກ້ໄຂ ແລະ ດໍາເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ, ສືບຕໍ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິຜົນ ແລະ ມີການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນຄົນໃນສັງຄົມ, ກໍາແໜ້ນສະພາບການ, ເລ່ລ່ຽມການເຄື່ອນໄຫວ, ກໍາເປົ້າໝາຍ, ກຸ່ມແກ້ງຜະລິດ-ຂົນສົ່ງ, ຄ້າຂາຍຢາເສບຕິດ ເພື່ອມີວິທີການສະກັດກັ້ນ ແລະ ແກ້ໄຂຢ່າງຖືກຕ້ອງ, ທັນເວລາ, ສືບຕໍ່ລົງໂຄສະນາຜົນຮ້າຍຂອງຢາເສບຕິດຢູ່ຕາມຊຸມຊົນ, ໂຮງຮຽນ, ບ້ານ ແລະອື່ນໆ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ຜົນຮ້າຍຂອງຢາເສບຕິດ.
Editor: ຫນັງສືພິມຄວາມສະຫງົບ