ໃນທ້າຍເດືອນມັງກອນ 2018 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງເອົາ 17 ບ້ານ ເປັນບ້ານປອດຄະດີ ຄັ້ງທີ 3.4.5.6.7 ຂອງເມືອງແກ້ວອຸດົມ ປະຈຳປີ 2017 ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄຳສະເຫວີຍ ພົມມະຈັນ ເລຂາພັກເມືອງ ເຈົ້າເມືອງໆແກ້ວອຸດົມ, ທ່ານ ໄຜ່ລ້ອມ ສິນນະວົງ ຮອງຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ທ່ານ ທອງພັນ ເພັດມີໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳ ເມືອງແກ້ວອຸດົມ ເຂົ້າຮ່ວມມີຫົວໜ້າຫ້ອງການພາຍໃນເມືອງ, ອຳນາດການປົກຄອງບ້ານ 26 ບ້ານ ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທອງພັນ ເພັດມີໄຊ ຫົວໜ້າຫ້ອງການຍຸດຕິທຳ ໄດ້ຂື້ນຜ່ານບົດການກວດກາປະເມີນຜົນການສ້າງຄອບຄົວ, ບ້ານປອດຄະດີ ປີ 2017 ແລະ ທິດທາງ ປີ 2018 ຫ້ອງການຍຸດຕິທຳ ໄດ້ຖືເອົາວຽກງານການສືກສາອົບຮົມແນວຄິດການເມືອງເປັນຫຼັກ ປະສານສົມທົບກັບອຳນາດການປົກຄອງແຕ່ລະບ້ານເພື່ອຈັດຕັ້ງປະຕິບັດຕາມທິດທາງນະໂຍບາຍຂອງພັກ-ລັດຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ໃນການສ້າງຄອບຄົວ ແລະ ບ້ານປອດຄະດີ ຖືເອົາກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍການປົກປ້ອງ ແລະ ພັດທະນາແມ່ຍິງ, ກົດໝາຍວ່າດ້ວຍປົກປ້ອງສິດອັນຊອບທຳຂອງເດັກ ກົດໝາຍວ່າດ້ວຍທີດິນ, ກົດໝາຍວ່າດ້ວຍການປາບປາມຢ່າເສບຕິດ. ເພື່ອເຮັດໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນໄດ້ເຊື່ອມຊືມ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍພັກ-ລັດວາງອອກແຕ່ລະໄລຍະ ; ການສ້າງບ້ານປອດຄະດີ ແມ່ນວຽກງານໜື່ງທີ່ນອນຢູ່ໃນວຽກກໍ່ງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຢ່າງຖືກຕ້ອງ ສ້າງບ້ານໃຫ້ມີຄວາມປອງດອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໜັກແໜ້ນເຂັມແຂງໄດ້ຢ່າງສຳເລັດຜົນໄປດ້ວຍດີ ການປະເມີນຕາມມາດຖານເງື່ອນໄຂ 17 ບ້ານ ໄດ້ເປັນຄອບຄົວທັງໝົດ 2020 ຄອບຄົວ, ໃນນັ້ນ ບໍ່ສາມາດສ້າງເປັນຄອບຄົວໄດ້ 291 ຄອບຄົວ.
ພ້ອມນີ້ ກໍ່ໄດ້ມອບໃບຢັ້ງຢືນນາມມະຍົດບ້ານປອດຄະດີ ຄັ້ງທີ 3 ມີ 1 ບ້ານ ຄືບ້ານດ້ານສະຫວັນ, ບ້ານປອດຄະດີ ຄັ້ງທີ 4 ມີ 2 ບ້ານ ຄື ບ້ານຫາດທາ, ບ້ານແກ້ວກູ່, ບ້ານປອດຄະດີ ຄັ້ງທີ 5 ມີ 01 ບ້ານຄື ບ້ານໂພນແຍງ, ບ້ານປອດຄະດີ ຄັ້ງທີ 6 ມີ 10 ບ້ານຄືບ້ານ ລ້ອງແຄນ, ບ້ານແສງສະຫວ່າງ, ບ້ານຫາດເດື່ອ, ບ້ານສາມັກຄີໄຊ ,ບ້ານນາແຊະ, ບ້ານໂພນສະຫວັນ, ບ້ານຄອນກຸ່ມ, ບ້ານວຽງແກ້ວ, ບ້ານກົກກ້ຽງ, ບ້ານດອນໄຊອຸດົມ, ບ້ານປອດຄະດີຄັ້ງທີ 07 ມີ 01 ບ້ານຄື ບ້ານວຽງຄຳ ແລະ ບ້ານປອດຄະດີຕາມຮີດຄອງປະເພນີ ມີ 02 ບ້ານ ຄື ບ້ານໃໝ່ ແລະ ບ້ານຫ້ວຍປຸ່ງ.
ໃຫ້ກຽດຂື້ນມອບນາມມະຍົດບ້ານປອດຄະດີໂດຍທ່ານ ຄໍາສະເຫວີຍ ພົມມະຈັນ ເລຂາພັກເມືອງເຈົ້າເມືອງໆແກ້ວອຸດົມ. ພ້ອມທັງຮັບຟັງການໂອ້ລົມຂອງທ່ານ ຄຳສະເຫວີຍ ພົມມະຈັນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ ແລະ ຊົມເຊີຍຫ້ອງການຍຸດຕິທຳ ແລະ ອຳນາດການປົກຄອງ ທີ່ໄດ້ເອົາໃຈໃສ່ຊີ້ນຳໆພາແຕ່ລະຂະແໜງການຂອງບ້ານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ຮັກສານາມມະຍົດໃຫ້ໃຫ້ໝັ້ນຄົງຕະຫລອດໄປ.
Editor: ນັກຂ່າວແຂວງວຽງຈັນ