ກອງປະຊຸມວິຊາການ ກ່ຽວກັບວຽກງານທ່ອງທ່ຽວ ປະຈໍາປີ 2017 ແລະ ແຜນການ 2018 ໄດ້ຈັດຂື້ນທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 15 ທີ່ຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມ ມີບັນດາຫົວຫນ້າກົມ, ຮອງກົມ, ຫນ່ວຍງານ ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ດັ່ງກ່າວນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ການຈັດຕັ້ງປະຕິບັດດ້ານວຽກງານການທ່ອງທ່ຽວ ເປັນວຽກງານທີ່ສໍາຄັນ ເພາະໄດ້ພົວພັນໂດຍກົງ ກັບການພັດທະນາ. ເຊີ່ງກອງປະຊຸມ ມີຈຸດປະສົງເພື່ອໃຫ້ພາກສ່ວນຕ່າງໆ ເບີ່ງເຫັນບັນຫາ, ການສະຫລຸບຕີລາຄາ, ການປະເມີນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວ ຕະຫລອດໄລຍະ 1 ປີ ຜ່ານມາ ແລະ ມີຄວາມເປັນເອກະພາບກັນ ໃນການແກ້ໄຂບັນຫາຮ່ວມກັນ. ພ້ອມທັງສ້າງຄວາມເຂົ້າໃຈ ເປັນເອກະພາບ ຕໍ່ທິດທາງວຽກງານການທ່ອງທ່ຽວ ປະຈໍາປີ 2018 ຢ່າງມີຄວາມຮັບຜິດຊອບສູງ, ຕັດສິນໃຈສູ້ຊົນຊຸກຍູ້ວຽກງານການທ່ອງທ່ຽວ ໃຫ້ມີການຫັນປ່ຽນຢ່າງຕັງຫນ້າ ແລະ ດີຂື້ນກວ່າເກົ່າ. ສຸມໃສ່ພັດທະນາຜະລິດຕະພັນການທ່ອງທ່ຽວ, ວາງແຜນພັດທະນາແຫລ່ງທ່ອງທ່ຽວ, ໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແນໃສ່ການຄຸ້ມຄອງ ຢ່າງມີປະສິດທິຜົນ, ສ້າງສິງອໍານວຍຄວາມສະດວກ, ວາງມາດຕະຖານ ການທ່ອງທ່ຽວ ແລະ ຍົກລະດັບຄຸນນະພາບ ຂອງການບໍລິການ ໃຫ້ດີຂື້ນ. ທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວຕື່ມວ່າ: ເມື່ອທຽບໃສ່ກັບຄວາມຕ້ອງການ ໃນພາລະກິດສ້າງສາພັດທະນາ ໃນເງື່ອນໄຂໃຫມ່ ເຫັນວ່າ ວຽກງານການທ່ອງທ່ຽວ ຍັງມີຈຸດອ່ອນ ແລະ ບັນດາຂໍ້ຄົງຄ້າງຫລາຍບັນຫາ ໂດຍສະເພາະ ແຜນພັດທະນາການທ່ອງທ່ຽວ ຍັງໄດ້ຮັບຂອບເຂດຈໍາກັດ ເຊັ່ນ: ການໂຄສະນາ ໃຫ້ ສປປ ລາວ ກາຍເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນຍັງບໍ່ທັນກວ້າງຊວາງເທົ່າທີ່ຄວນ ແລະ ຫລາກຫລາຍຮູບແບບ, ການຄຸ້ມຄອງການທ່ອງທ່ຽວໃຫ້ເປັນລະບົບດຽວກັນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖີ່ນ, ລວມໄປເຖິງການພັດທະນາດ້ານຊັບພະຍາກອນມະນຸດ ໃນຂະແຫນງການທ່ອງທ່ຽວ ແມ່ນຍັງບໍ່ສາມາດຕອບສະຫນອງ ເທົ່າທີ່ຄວນ ທັງປະລິມານ ແລະ ຄຸນນະພາບ, ການພັດທະນາພື້ນຸານໂຕງລ່າງ ເຂົ້າຫາແຫລ່ງທ່ອງທ່ຽວ, ລວມເຖິງບັນດາສິ່ງອໍານວຍຄວາມສະດວກ ແກ່ນັກທ່ອງທ່ຽວ ແມ່ນຕ້ອງໄດ້ປັບປຸງໃຫມ່, ເພື່ອໃຫ້ມີຄຸນນະພາບໃຫມ່, ວ່ອງໄວ ແລະ ທັນສະໄຫມ. ຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃຫມ່ ແລະ ຫັນສູ່ມາດຕະຖານສາກົນ.
Editor: ກຳປານາດ ລັດຖະເຮົ້າ